ສາລະວັນ: ໃນວັນທີ 13 ກຸມພາ 2021 ໄດ້ມີພິທີມອບຂົວສອງແຫ່ງຢູ່ບ້ານນາບອນ.ເມືອງສາລະວັນ, ແຂວງສາລະວັນ.

ເຂົ້າຮ່ວມພິທີດັ່ງກ່າວມີ ທ່ານຈັນສີລອນ ສີສົມບູນກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງສາລະວັນ ເປັນປະທານຝ່າຍໂຍມ ພ້ອມທັງຫົວຫນ້າຫ້ອງການໂຍທາທິການເມືອງ, ຫົວຫນ້າຫ້ອງການຍຸດຕິທຳເມືອງ, ແນວລາວສ້າງເມືອງເຂົ້າຮ່ວມ, ພ້ອມທັງເລຂາພັກບ້ານນາຍບ້ານອ້ອມຂ້າງຮ່ວມ.

ພາຍໃນມີ ພຣະອາຈານ ປິຊາ ດ່ອງດາວວະດຶງ, ເຈົ້າຄະນະເມືອງເຂົ້າຮ່ວມ, ພ້ອມທັງພຣະເດດພຣະຄຸນພໍ່ແມ່ຄູບາອາຈານເຂົ້າການສ້າງຈົງຮັກພັກດີ.

ຂົວເບຕົງເສີມເຫລັກ 2 ແຫ່ງ ທີ່ ຫ້ວຍບອນ ແລະ ຫ້ວຍກັບແກ້, ບ້ານນາບອນ, ເມືອງສາລະວັນ, ແຂວງສາລະໄດ້ ລົງມືກໍ່ສ້າງ ແຕ່ມື້ວັນທີ 7 ມັງກອນ 2021 ແລະ ໄດ້ ສຳເລັດວັນທີ 30 ມັງກອນ 2021 ລວມມູນຄ່າ 85.400.000 ກີບ (ແປດສິບຫ້າລ້ານສີ່ແສນກີບ).

.

.

.

.

.

.

ນຳພາສ້າງແລະລະດົມທືນສ້າງໂດຍ ພຣະອາຈານພອນໄຊແສງເພັດ, ເຈົ້າອະທິການວັດດອນຕີ້ວ, ເມືອງໄຊທານີ, ນະຄອນຫລວງວຽງຈັນ. ໂດຍແຮງງານແມ່ນປະຊາຊົນເປັນຜູ່ອອກເຫື່ອເທແຮງ ສະຫມານສາມັກຄີກັນໂດຍບໍ່ມີຄ່າຈ້າງລາງວັນຫຍັງ.

ໃນພິທີຍັງໄດ້ມອບກະເປົ໋າຫີ້ວຈຳນວນ 30 ຫນ່ວຍໃຫ້ເປັນທີ່ລະນຶກ.

Leave a Reply

Your email address will not be published. Required fields are marked *