ລາຍງານຈາກ ໜ່ວຍກູ້ຊີບອົງການກາແດງແຂວງຫຼວງພະບາງໃຫ້ຮູ້ວ່າ ໃນວັນທີ 13 ກຸມພາ 2021 ເວລາ 16:19 ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີອຸບັດຕິເຫດຂັບຂີ່ລົດຈຳໂບ່ຕໍາກັບລົດຈັກຢູ່ເສັ້ນທາງບ້ານ ຜາໂອ ນະຄອນຫລວງພະບາງ ແຂວງຫຼວງພະບາງ.

ຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ່ບາດເຈັບເພດຊາຍ 1 ຄົນ, ເສຍຊີວິດຄາທີ່ 1 ຄົນ. ອາການບາດເຈັບເບື້ອງຕົ້ນ:

- ຜູ່ທີ 1 ມີບາດແຜຈີກຢູ່ຄິ້ວເບື້ອງຊ້າຍ, ເລືອດດັງອອກແລະແຫນ້ນຫນ້າເອິກ (ນຳສົ່ງໂຮງຫມໍລາວ-ຈີນສາກົນ)
- ຜູ່ ທີ 2 (ຜູ່ເສຍຊີວິດຊື່ ທ້າວ ຄຳຮັກ ອາຍຸ 50 ປີ ບ້ານຢູ່ປັດຈຸບັນ ບ້ານຫ້ວຍນົກ ນະຄອນ ຫລວງພະບາງທີມງານນຳສົ່ງກັບບ້ານຫ້ວຍນົກ)

ທາງຫນ່ວຍກູ້ຊີບອົງການກາແດງລາວຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຂອງຜູ້ເສຍຊີວິດແລະຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ພົບພູມທີ່ດີດ້ວຍເທີ້ນ

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625. ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.

ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ, ອາຫານການກິນ, ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625
