ລາຍງານຈາກ ກູ້ໄພ 1624 ໃຫ້ຮູ້ວ່າ ໃນວັນທີ 13/2/2021 ເວລາປະມານ 17:00 ໂມງ ໄດ້ເກີດເຫດລົດໃຫ່ຍຂັບມາຢ່າງໄວ ເສຍຫລັກມາຕຳເອົາລົດຈັກ ທີ່ຈອດຢູ່ອີກຝາກທາງທີ່ກຳລັງຖ້າຕັດຜົມຢູ່ຢ່າງຮຸນແຮງ ຈົນຜູ້ຂັບລົດຈັກຂາຂາດ

ຈຸດເກີດເຫດແມ່ນຢູ່ບ້ານດອນແດງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ສາເຫດເບື້ອງຕົ້ນ ໃຫ້ຮູ້ວ່າ ຜູ່ຂັບລົດໃຫຍ່ເມົາ

ຂໍໃຫ້ຜູ່ບາດເຈັບປອດໄພ

1624 ແຈ້ງອາການເບື້ອງຕົ້ນຄົນເຈັບແມ່ນ ຂາເບື້ອງຂວາຂາດ, ບາດແຜເປີດຢູ່ຂາເບື້ອງຊ້າຍ ແລະ ມີບາດແຜຕາມຕົນຕົວ.

ດັ່ງນັ້ນ, ທາງກູ້ໄພ 1625 ຈຶ່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງໝໍ ມິດຕະພາບ 150 ຕຽງ ເພື່ອໄປປີ່ນປົວໃຫ້ຊ່ວງເຊົ່າໂດຍດ່ວນ.

ຄລິບ

Leave a Reply

Your email address will not be published. Required fields are marked *