ນະຄອນຫຼວງວຽງຈັນ: ໃນເວລາ 8:30 ໂມງຂອງວັນທີ 08 ກຸມພາ 2021 ເຈົ້າໜ້າທີ່ ປ ກ ສ ເມືອງໄຊທານີ ໄດ້ຮັບແຈ້ງຄວາມທາງໂທລະສັບວ່າ ມີຄົນເສຍຊີວິດ 1 ຄົນ, ຢູ່ເຂດບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ຈາກນັ້ນ ປ ກ ສ ເມືອງໄຊທານີ ຈື່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະ ໂດຍປະສານສົບທົບກັບພະແນກສືບຂ່າວ, ພະແນກສອບສວນ ແລະ ກອງຕຳຫຼວດນິຕິວິທະຍາ ຫ້ອງຕຳຫຼວດ ປ ກ ສ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການຊີ້ນຳຢ່າງໃກ້ສິດຈາກ ກອງບັນຊາການ ປ ກ ສ ນະຄອນຫຼວງວຽງຈັນ ລົງກວດກາສະຖານທີ່ເກີດເຫດ ເຫັນວ່າມີຄົນເສຍຊີວິດແທ້ ຈຶ່ງໄດ້ເກັບກຳຂໍ້ມູນ ແລະ ຊັນນະສູດຊາກສົບເຫັນວ່າຜູ້ຕາຍແມ່ນຊື່ທ້າວ ດາວປະດິດ ຫຼື ດິດ ອາຍຸ 21 ປີ, ຫວ່າງງານ ຢູ່ບ້ານດ່ານຊ້າງ ມີຮ່ອງຮອຍບາດແຜຖືກຟັນ ແລະ ແທງດ້ວຍຂອງມີຄົມຈຳນວນຫຼາຍຈຸດ ຢູ່ຕາມຫົວ ແລະ ຕົນຕົວ.

ຜ່ານການສືບສວນ-ສອບສວນເອົາຂໍ້ມູນຫຼັກຖານຕາມຫຼັກການວິຊາສະເພາະ ຈຶ່ງສາມາດກໍານົດເປົ້າໝາຍຜູ້ກໍ່ເຫດ

ພໍເຖິງເວລາ 11:00ໂມງ, ຂອງວັນດຽວກັນສາມາດກັກຕົວຜູ້ກໍ່ເຫດຄື: ທ້າວ ວິລະພົນ ອາຍຸ 16 ປີ, ວ່າງງານ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ ມາດຳເນີນການສືບສວນ-ສອບສວນ.

ສ່ວນຄະດີດັ່ງກ່າວ ພາຍຫຼັງເຈົ້າໜ້າທີ່ສືບສວນ-ສອບສວນ ສຳເລັດແລ້ວລາຍລະອຽດຜົນການສືບສວນ-ສອບສວນ ຈະລາຍງານໃຫ້ຊາບຕື່ມອີກພາຍຫຼັງ.

.

Leave a Reply

Your email address will not be published. Required fields are marked *