ແຈ້ງການເຖິງບຸກຄົນ ທັງພາຍໃນ ແລະຕ່າງປະເທດ ທີ່ມີລາຍໄດ້ຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ, ກ່ຽວກັບການລົງທະບຽນອອກເລກປະຈຳຕົວຜູ່ເສຍອາກອນ ສຳລັບບຸກຄົນ.
- – ອີງຕາມ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019;
- – ອີງຕາມ ກົດຫມາຍວ່າດ້ວຍ ອາກອນລາຍໄດ້ ເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2013;
- – ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ເລກທີ144/ນຍ, ລົງວັນທີ 08 ພຶດສະພາ 2012 ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງການເງິນ;
- – ອີງຕາມ ໃບສະເຫນີຂອງກົມສ່ວຍສາອາກອນ ເລກທີ 0381/ກສອ, ລົງວັນທີ 09 ກຸມພາ 2021.
ເພື່ອໃຫ້ສາມາດ ຄຸ້ມຄອງ ແລະ ຕິດຕາມ ບຸກຄົນ ທັງພາຍໃນ ແລະຕ່າງປະເທດ ທີ່ມີລາຍໄດ້ຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ເຊັ່ນ: ລັດຖະກອນ, ພະນັກງານທະຫານ, ຕຳຫລວດ, ນັກທຸລະກິດ, ແມ່ຄ້າທົ່ວໄປ ແລະ ຂາຍເຄື່ອງອອນລາຍ, ນັກກິລາ, ນັກສະແດງ, ນາຍຊ່າງ, ຊ່ຽວຊານ, ທີ່ປຶກສາ, ນາຍຈ້າງ, ລູກຈ້າງ ກຳມະກອນ, ຊາວຜູ້ອອກແຮງງານ ແລະອື່ນໆ ແລະທັງເປັນການຊຸກຍູ້ສົ່ງເສີມໃຫ້ຜູ້ມີລາຍໄດ້ ທີ່ໄດ້ປະຕິບັດພັນທະຂອງຕົນຕໍ່ລັດ ໄດ້ຮັບນະໂຍບາຍຕ່າງໆຕາມກົດຫມາຍກຳນົດ, ນອກຈາກນັ້ນຍັງເປັນການຄຸ້ມຄອງຖານຂໍ້ມູນຜູ້ມີລາຍໄດ້ ເຂົ້າໃນລະບົບທັງຫມົດ ແນໃສ່ເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ, ຍຸຕິທຳ ແລະປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ, ໂດຍອີງຕາມມາດຕາ 6 ຂອງກົດຫມາຍວ່າດ້ວຍອາກອນລາຍ
ໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019, ກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ທີ່ກ່າວມາຂ້າງເທິງນັ້ນ ເພື່ອໃຫ້ມາລົງທະບຽນອອກເລກປະຈຳຕົວຜູ້ເສຍອາກອນ ຢູ່ຫ້ອງການສ່ວຍສາອາກອນທຸກຂັ້ນ,
ສ່ວນກຳນົດເວລາໃນການລົງທະບຽນເລກປະຈໍາຕົວຜູ້ເສຍອາກອນ ແມ່ນບໍ່ໃຫ້ກາຍວັນທີ 30 ມິຖຸນາ 2021.
ສໍາລັບເອກະສານປະກອບ ແລະຂໍ້ມູນທີ່ຈະຕ້ອງກະກຽມ ມີຄື:
- ບັດປະຈຳຕົວ/ປື້ມຫນັງສືຜ່ານແດນ ທີ່ຍັງບໍ່ຫມົດອາຍຸນຳໃຊ້;
- ປື້ມສໍາມະໂນຄົວ;
- ເບີໂທລະສັບ ທີ່ໄດ້ລົງທະບຽນຢັ້ງຢືນຕົວຕົນແລ້ວ ທຸກເລກຫມາຍ;
- ອາຊີບ (ໃຫ້ລະບຸສະຖານທີ່ເຮັດວຽກ, ຕໍາແຫນ່ງ ຢ່າງຈະແຈ້ງ);
- ເລກບັນຊີທະນາຄານ ທຸກບັນຊີ ທີ່ມີ;
- ເລກບັດປະກັນສັງຄົມ.
ມອບໃຫ້ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈຳແຂວງ, ນະຄອນຫລວງ, ສ່ວຍສາອາກອນປະຈຳເມືອງ, ນະຄອນ ກະກຽມ ພ້ອມທັງອໍານວຍຄວາມສະດວກໃຫ້ບຸກຄົນ ທັງພາຍໃນ ແລະຕ່າງປະເທດ ທີ່ມີລາຍໄດ້ຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ແລະປະຕິບັດຕໍ່ຜູ້ລະເມີດ ຕາມລະບຽບກົດຫມາຍຢ່າງເຄັ່ງຄັດ.
ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ
ລັດຖະມົນຕີກະຊວງການເງິນ
