ໃນວັນທີ 10 ກຸມພາ 2021 ປກສ ກຸ່ມຫ້ວຍຈຽມ ເມືອງໄຊທານີ ສົມທົບກັບການຈັດຕັ້ງບ້ານ ໄດ້ລົງກວດກາເຮັດບົດບັນທຶກສັນຍາປ້ອງກັນຄວາມສະຫງົບ ນຳບັນດາຫົວໜ່ວຍທຸກລະກິດ, ຮ້ານຄ້າຕ່າງໆ ທັງຊາວລາວ ແລະ ຊາວຕ່າງປະເທດ.

ໃນການຈັດປະຕິບັດຄັ້ງນີ້ສາມາດເຮັດບົດບັນທຶກສັນຍາກັບບັນດາຮ້ານໄດ້ທັງໝົດ 30 ຮ້ານ ແລະ ສາມາດກວດກາຍຶດໝາກກະໂພກໄດ້ຄື: ໝາກກະໂພກແບບກັບຂີດ 13 ກັບ, ໝາກກະໂພກໝາກບານ 13 ໜ່ວຍ, ບັ້ງພຸນ້ອຍ 9 ບັ້ງ, ບັ້ງໃຫຍ່ 1 ບັ້ງ, ໝາກກະໂພກແບບເປັນແພັກ 13 ແພັກ ມີ 520 ກັບນ້ອຍ. ສະນັ້ນເພື່ອບໍ່ໃຫ້ມີການຊື້ຂາຍ ແລະ ຈູດໝາກ ກະໂພກທຸກຊະນິດ ປກສ ກຸ່ມຫ້ວຍຈຽມຈຶ່ງໄດ້ເຮັດບົດບັນທຶກສັນຍາກ່າວເຕືອນບັນດາຮ້ານຄ້າຕ່າງໆ ທັງນີ້ກໍ່ເພື່ອປະຕິບັດຢ່າງເຄັ່ງຄັດຕາມຂໍ້ຕົກລົງເລກທີ 620/ຈນວ ວ່າດ້ວຍການຄວບຄຸມສຽງເນືອງນັນ.

ພ້ອມນີ້, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງບັນດາເຈົ້າຂອງຫົວໜ່ວຍທຸລະກິດ, ຮ້ານຂາຍເຄື່ອງ, ພໍ່ແມ່ປະຊາຊົນ, ຊາວໜຸ່ມ-ນັກຮຽນທົ່ວນະຄອນຫຼວງວຽງຈັນ ຈົ່ງຢຸດຕິການຊື້-ຂາຍ ແລະ ຈູດໝາກກະໂພກ, ບັ້ງໄຟດອກ ຕາມຂໍ້ຕົກລົງເລກທີ 620/ຈນວ ວ່າດ້ວຍການຄວບຄຸມສຽງເນືອງນັນ ແລະ ຈົ່ງພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ທັງນີ້ກໍ່ເພື່ອເປັນການຕ້ານສະກັດກັ້ນເຫດການທີ່ບໍ່ເພິ່ງປາຖະໜາທີ່ອາດຈະເກີດຂຶ້ນເຊັ່ນ: ອັກຄີໄພ, ບາດເຈັບຈາກການຈຸດໝາກກະໂພກ ແລະ ອື່ນໆ.
ຂ່າວໂດຍ: ຮທ ຄຳພຸດ ອິນທະຈັກ