ໜັງສືພິມວຽງຈັນທາຍໄດ້ລາຍງານວ່າ: ກົງສຸນໃຫຍ່ແຫ່ງຣາຊະອານາຈັກໄທປະຈຳແຂວງສະຫວັນນະເຂດ ຮ່ວມກັບບໍລິສັດນ້ຳຕານມິດລາວ ແລະ ໂຮງງານປຸ໋ຍສະຫວັນໄດ້ມອບເຈວລ້າງມືຈຳນວນ 5.000 ລິດ ໃຫ້ 4 ແຂວງພາກໃຕ້ຂອງລາວ ເພື່ອເປັນການສະເຫຼີມສະຫຼອງ ການສ້າງຕັ້ງສາຍພົວພັນການ ທູດລາວ-ໄທ ຄົບຮອບ 70 ປີ (19/12/1950-19/12/ 2020).
ເຈວລ້າງມືດັ່ງກ່າວໄດ້ມອບໃຫ້ ແຂວງສະຫວັນນະເຂດ 1.000 ລິດ, ມອບໃຫ້ດ່ານສາກົນຂົວມິດຕະພາບ 2 ສະຫວັນນະເຂດ-ມຸກດາຫານ 1.000 ລິດ, ແຂວງຄຳມ່ວນ 1.000 ລິດ, ແຂວງສາລະວັນ 1.000 ລິດ ແລະ ແຂວງຈຳປາສັກອີກຈຳ ນວນ 1.000 ລິດ ເພື່ອນຳໃຊ້ ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ.

ພິທີມອບ-ຮັບເຈວດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ໜ້າດ່ານສາກົນຂົວມິດຕະພາບ 2 ເຊິ່ງມອບໂດຍຕາງໜ້າກົງສຸນໃຫຍ່ແຫ່ງຣາຊະອາ ນາຈັກໄທປະຈຳແຂວງສະຫວັນນະເຂດ ທ່ານ ອະທິປັດ ໂຣດຈະນະໄພບູນ ແລະ ຕາງໜ້າຮັບ ໂດຍທ່ານ ພົງຄຳຮັກ ບຸດທະວົງ ຫົວຫນ້າພະແນກການຕ່າງ ປະເທດແຂວງສະຫວັນນະເຂດ.
ຂ່າວ-ພາບ: ສພຂ