ລັດຖະບານສະຫະລັດອາເມລິກາ ໄດ້ສະໜັບສະໜູນທຶນໂຄງການເພີ່ມຕື່ມ ໄລຍະເວລາ 20 ເດືອນ ໃນມູນຄ່າ 7 ລ້ານໂດລາສະຫະລັດ ໃຫ້ແກ່ອົງການເກັບກູ້ລະເບີດ ແມັກ ເພື່ອດຳເນີນການກວດ ກູ້ ລ ະ ເ ບີ ດບໍ່ ທັ ນ ແ ຕ ກ ທີ່ ຕົ ກ ຄ້ າງ ແລະ ການໂຄສະນາສຶກສາຄວາມສ່ຽງໄພຕໍ່ລະເບີດບໍ່ທັນແຕກ(ລບຕ) ຢູ່ໃນ 5 ເມືອງເປົ້າໝາຍຂອງແຂວງຊຽງຂວາງ ເຊັ່ນ: ເມືອງຄູນ, ເມືອງຜາໄຊ, ເມືອງໜອງແຮດ, ເມືອງພູກູດ ແລະ ເມືອງແປກ.

May be an image of outdoors and tree

ພິທີຖະແຫລງຂ່າວ, ໄດ້ມີຂຶ້ນໃນວັນທີ 8 ກຸມພາ 2021 ທີ່ ໂຮງແຮມ ອະນຸລັກແຄນລາວ ແຂວງຊຽງຂວາງ. ໂດຍການເຂົ້າຮ່ວມ ຂອງ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ, ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄຊກລ ທ່ານ ດຣ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ທ່ານ ໄຊມອນ ເຣ ຮັກສາການຫົວໜ້າອົງການເກັບ ກູ້ ລ ະ ເ ບີ ດ ແມັ ກ ປະຈໍາ ສປປ ລາວ.

ທ່ານ ໄຊມອນ ເຣ ກ່າວວ່າ: ຕໍ່ກັບການສືບຕໍ່ສະໜັບສະໜູນ ຈາກລັດຖະບານສະຫະລັດອາເມລິ ກາ, ຈະຊ່ວຍໃຫ້ອົງການເກັບ ກູ້ ລ ະ ເ ບີ ດ ແມັກ ສາມາດ ກ ວ ດ ກູ້ ລ ະ ເ ບີ ດ ອ ອກຈາກພື້ນທີ່ດິນບູລິມະສິດ ຂອງແຂວງຊຽງຂວາງ ໄດ້ເປັນຈຳນວນຫລາຍ. ວຽກງານທີ່ຈຳເປັນນີ້, ຈະຊ່ວຍໃນການກອບກູ້ ແລະ ເສີມສ້າງອະນາຄົດ ທີ່ປອດໄພໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົາ ທີ່ດໍາລົງຊີວິດຢູ່ໃນພື້ນທີ່ໆໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງ. ວຽກງານການກວດກູ້ລະເບີດອອກຈາກພື້ນທີ່ດິນ, ຈະສາມາດຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົາ, ຊ່ວຍສົ່ງເສີມການຜະລິດທາງດ້ານກະສິກຳ ກໍຄື ການຊ່ວຍໃຫ້ພວກເຂົາເຈົ້າສາມາດເຮັດໄຮ່ເຮັດນາ ຢູ່ໃນພື້ນທີ່ດິນຂອງພວກເຂົາ ໂດຍປາສະຈາກຄວາມຢ້ານກົວຈາກ ລ ະ ເ ບີ ດ. ພ້ອມທັງເປັນການສະໜັບສະໜູນ ໃນການສ້າງພື້ນຖານໂຄງຮ່າງທີ່ສຳຄັນໃຫ້ແກ່ຊຸມຊົນ ເຊັ່ນ: ຖະໜົນຫົນທາງ, ສຸກສາລາ ແລະ ອື່ນໆ. ພ້ອມກັນນັ້ນ, ພໍ່ແມ່ປະຊາຊົນ ສາມາດສົ່ງລູກຫລານໄປໂຮງຮຽນ ໂດຍບໍ່ມີຄວາມກັງວົນວ່າ ເດັກນ້ອຍຈະພົບ ແລະ ຫລີ້ນລູກ ລ ະ ເ ບີ ດ ຢູ່ໃນບໍລິເວນເດີນໂຮງຮຽນຂອງເຂົາເຈົ້າ.

May be an image of 1 person, standing and flower

ທ່ານ ເອກອັກຄະລັດຖະທູດ, ປີເຕີ ເຮມ໋ອນ ໄດ້ກ່າວວ່າ: ລັດຖະບານສະຫະລັດອາເມລິກາ ເຊິ່ງເປັນຜູ້ໃຫ້ທຶນທີ່ໃຫຍ່ທີ່ສຸດ ໃນຂະແໜງການແກ້ໄຂບັນຫາ ລ ະ ເ ບີ ດ ບໍ່ ທັນແຕກທີ່ຕົກຄ້າງ ໄດ້ຮັບການຊູກຍູ້ໃນການສືບຕໍ່ໃຫ້ການສະໜັບສະໜູນ ໂດຍຂະບວນການເຮັດວຽກທີ່ດີຂອງອົງການ ເ ກັ ບ ກູ້ ລ ະ ເ ບີ ດ ແມັກ ຢູ່ ແຂວງຊຽງຂວາງ. ພວກເຮົາ ຍັງຄົງມຸ່ງໝັ້ນໃນການຮ່ວມມືກັບ ສປປ ລາວ ເພື່ອບັນລຸເປົ້າໝາຍ ກໍຄືການຮັບປະກັນວ່າ ບັນຫ າ ລ ະ ເ ບີ ດ ບໍ່ ທັ ນ ແ ຕ ກ ທີ່ຕົກຄ້າງ ຈະບໍ່ເປັນອຸປະສັກກິດກັ້ນ ໃນການພັດທະນາປະເທດຊາດ ພາຍໃນປີ 2030. ລັດຖະບານສະຫະລັດອາເມລິກາ ໄດ້ໃຫ້ທຶນຊ່ວຍເຫລືອຫລາຍກວ່າ 230 ລ້ານ ໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນຂະແໜງການແກ້ໄຂບັນຫາ ລ ະ ເ ບີ ດ ບໍ່ ທັ ນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ, ເຊິ່ງນັບຕັ້ງແຕ່ປີ 1995 ເປັນຕົ້ນມາ. ສຳລັບທຶນໂຄງການເພີ່ມເຕີມ 7 ລ້ານໂດລາສະຫະລັດ ຈາກລັດຖະບານສະຫະລັດອາເມລິກາ, ອົງການເກັບກູ້ລະເບີດ ແມັກ ຈະກວດກູ້ ລ ະ ເ ບີ ດ ອອກຈາກເນື້ອທີ່ດີນ ໃຫ້ໄດ້ປະມານ 9 ກິໂລຕາແມັດ (900 ຮຕ) ຢູ່ໃນ 5 ເມືອງເປົ້າໝາຍ ແລະ ຈະໂຄສະນາສຶກສາຄວາມສ່ຽງໄພ ຈາກ ລບຕ ໃຫ້ໄດ້ 180 ຄັ້ງ ແລະ ໃຫ້ມີຜູ້ເຂົ້າຮ່ວມຢ່າງໜ້ອຍ 4.500 ຄົນ.

May be an image of 1 person, standing and outdoors

ທ່ານ ໂຈມແຍງ ແພງທອງສະຫວັດ ກ່າວວ່າ: ການສະໜອງທຶນການຊ່ວຍເຫລືອຂອງລັດຖະບານສະຫະລັດອາເມລິກາ ໃຫ້ແກ່ວຽກງານການແກ້ໄຂບັນ ຫ າ ລ ະເ ບີ ດ ບໍ່ ທັ ນ ແຕ ກ ທີ່ຕົກຄ້າງ ຢູ່ ສປປ ລາວ ຖືວ່າມີຄວາມສຳຄັນຫລາຍ ແລະ ເປັນທຶນການຊ່ວຍເຫລືອຈຳນວນຫລາຍໃຫ້ແກ່ຂະແໜງການແກ້ໄຂບັນຫາ ລບຕ ໃນໄລຍະຜ່ານມາ. ສຳລັບການເພີ່ມທຶນອີກຈຳນວນ 7 ລ້ານໂດລາສະຫະລັດ ເຂົ້າໃສ່ໃນໂຄງການທີ່ອົງການເກັບ ກູ້ ລ ະ ເບີ ດ ແມັກ ກຳລັງຈັດຕັ້ງປະຕິບັດຢູ່ໃນປັດຈຸບັນ ທີ່ມີໄລຍະຈັດຕັ້ງປະຕິບັດຮອດທ້າຍປີ 2021 ແມ່ນການສະແດງໃຫ້ເຫັນເຖິງ ການຈັດຕັ້ງປະຕິບັດວຽກງານຂອງອົງການເກັບ ກູ້ ລ ະ ເ ບີ ດ ແມັກ ທີ່ມີປະສິດທິພາບ, ປະສິດທິຜົນ ແລະ ເປັນທີ່ໜ້າເພິ່ງພໍໃຈຂອງຝ່າຍຜູ້ໃຫ້ທຶນ.

Leave a Reply

Your email address will not be published. Required fields are marked *