ໃນເວລາສົນທະນາທາງໂທລະສັບລະຫວ່າງສະຫາຍສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ,ປະທານປະເທດຈີນ ກັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວເມື່ອວັນທີ21ມັງກອນ2021ຜ່ານມາ,ການນຳສູງສຸດຂອງທັງສອງປະເທດໄດ້ຮ່ວມກັນປະກາດໂດຍກຳນົດໃຫ້ປີ 2021 ເປັນປີແຫ່ງມິດຕະພາບລາວ-ຈີນ,ຊຶ່ງທັງສອງຝ່າຍຈະຈັດກິດຈະກຳສະເຫຼີມສະຫຼອງວັນປະຫວັດສາດທີ່ສຳຄັນນີ້,ເພື່ອຊຸກຍູ້ໃຫ້ມິດຕະພາບລາວ-ຈີນກ້າວເຂົ້າສູ່ຈິດໃຈຂອງປະຊາຊົນໃຫ້ເລິກເຊິ່ງກວ່າເກົ່າ.

May be an image of standing and outdoors

.

May be an image of 13 people and people standing

ໃນການໂອ້ລົມ,ນອກຈາກສະຫາຍສີຈິ້ນຜິງໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນຈີນສະແດງຄວາມຊົມເຊີຍຕໍ່ສະຫາຍທອງລຸນ ສີສຸລິດທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,ສະຫາຍຍັງໄດ້ຕີລາຄາສູງເຖິງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວທີ່ໄດ້ໄຂຂຶ້ນຢ່າງມີໄຊ, ກອງປະຊຸມໄດ້ສະເໜີແນວຄິດໃໝ່ ແລະ ມາດຕະການໃໝ່ຕ່າງໆໃນການຄຸ້ມຄອງພັກ ແລະ ການບໍລິຫານປະເທດ, ນີ້ມີຄວາມໝາຍສຳຄັນຢ່າງຍິ່ງຕໍ່ການຊຸກຍູ້ພາລະກິດສັງຄົມນິຍົມຂອງລາວໃຫ້ພັດທະນາກ້າວໄປໜ້າຢ່າງບໍ່ຢຸດຢັ້ງ. ເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຊຸດໃໝ່ທີ່ມີສະຫາຍທອງລຸນ ສີສຸລິດເປັນແກນນຳ, ທົ່ວພັກ ແລະ ປະຊາຊົນທົ່ວປະເທດລາວຈະສາມັກຄີເປັນຈິດໜຶ່ງໃຈດຽວກັນ, ພະຍາຍາມສູ້ຊົນເຮັດສຳເລັດໜ້າທີ່ ແລະເປົ້າໝາຍທີ່ໄດ້ກຳນົດໄວ້ໃນກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ.ຕໍ່ກັບສາຍພົວພັນມິດຕະພາບຈີນ-ລາວ,ສະຫາຍສີຈິ້ນຜິງຊີ້ອອກວ່າ, ຈີນ ແລະ ລາວແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ ແລະ ມີພູຜາແມ່ນ້ຳຕິດຈອດກັນ, ການຍຶດໝັ້ນການນຳພາຂອງພັກ, ຍຶດໝັ້ນທິດທາງສັງຄົມນິຍົມ, ແມ່ນຈຸດພິເສດ ແລະ ທາດແທ້ຂອງສາຍພົວພັນຈີນ-ລາວ.

May be an image of 2 people and people standing

ປະຈຸບັນ, ສາຍພົວພັນຈີນ-ລາວພວມຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ, ເມື່ອຜະເຊີນໜ້າກັບການປ່ຽນແປງອັນໃຫຍ່ຫຼວງຂອງໂລກໃນຮອບຮ້ອຍປີຜ່ານມາ ແລະ ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ, ຈີນຍິນດີຮ່ວມກັບລາວ, ເພີ່ມທະວີການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງຕື່ມອີກ, ເພີ່ມທະວີການແລກປ່ຽນທາງຍຸດທະສາດ, ລົງເລິກການແລກປ່ຽນບົດຮຽນດ້ານການຄຸ້ມຄອງພັກ ແລະ ການບໍລິຫານປະເທດ. ສອງຝ່າຍຄວນຊຸກຍູ້ການສ້າງສາໂຄງການສຳຄັນຂະໜາດໃຫຍ່ຕ່າງໆ, ເຊັ່ນ: ແລວເສດຖະກິດຈີນ-ລາວ, ທາງລົດໄຟຈີນ-ລາວ ແລະອື່ນໆ, ຊຸກຍູ້ໃຫ້ການຮ່ວມກັນສ້າງໜຶ່ງແລວ ໜຶ່ງເສັ້ນທາງຂອງຈີນ ແລະລາວໄດ້ຮັບໝາກຜົນຫຼາຍກວ່າເກົ່າ. ພ້ອມກັນນັ້ນ, ສອງຝ່າຍຄວນລົງເລິກການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດວັດທະນະທຳ, ວຽກງານຊາວໜຸ່ມ, ການທ່ອງທ່ຽວ ແລະ ອື່ນໆ, ພ້ອມກັນເພີ່ມເນື້ອໃນດ້ານວັດທະນະທຳຂອງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ອຸດົມສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ. ຈີນຈະສືບຕໍ່ສະໜັບສະໜູນຄວາມພະຍາຍາມຂອງລາວໃນການຕ້ານກັບພະຍາດໂຄວິດ, ຈີນຍິນດີພິຈາລະນາການຊ່ວຍເຫຼືອວັກຊີນຕ້ານເຊື້ອພະຍາດໂຄວິດ ໃຫ້ແກ່ລາວ, ພ້ອມຍິນດີເພີ່ມທະວີການປະສານງານ ແລະ ປະສານສົມທົບກັບລາວໃນວຽກງານສາກົນ ກໍຄືພາກພື້ນ, ຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ສະຫາຍສີຈິ້ນຜິງຍັງໄດ້ອວຍພອນໃຫ້ສະຫາຍທອງລຸນ ສີສຸລິດຈົ່ງປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນໜ້າທີ່ຕຳແໜ່ງໃໝ່ທີ່ສຳຄັນນີ້.

May be an image of airplane

ໃນໂອກາດດັ່ງກ່າວສະຫາຍທອງລຸນສີສຸລິດໄດ້ສະແດງຄວາມຂອບໃຈຕໍ່ສະຫາຍເລຂາທິການໃຫຍ່ສີຈິ້ນຜິງທີ່ໄດ້ສົນທະນາທາງໂທລະສັບພາຍຫຼັງຈາກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວອັດລົງດ້ວຍຜົນສຳເລັດໄດ້ບໍ່ດົນ, ນີ້ສະແດງໃຫ້ເຫັນວ່າສະຫາຍເລຂາທິການໃຫຍ່ສີຈິ້ນຜິງໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ສາຍພົວພັນລາວ-ຈີນ,ສາຍສຳພັນທີ່ເລິກເຊິ່ງ ແລະ ມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວໄດ້ຮັບໝາກຜົນຫຼາຍດ້ານ, ພັກປະຊາຊົນປະຕິວັດລາວຈະຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ນຳພາປະຊາຊົນລາວຍາດເອົາໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ, ສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການຊຸກຍູ້ພາລະກິດສ້າງສັງຄົມນິຍົມຂອງລາວ. ລາວສະແດງຄວາມຂອບໃຈຢ່າງສຸດໃຈຕໍ່ຈີນທີ່ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອທີ່ລ້ຳຄ່າແກ່ລາວໃນແຕ່ລະໄລຍະການພັດທະນາຂອງລາວ ເຊິ່ງລວມທັງການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ, ລາວຈະສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ເພີ່ມທະວີການຮ່ວມມືກັບຈີນໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ ແລະຂົງເຂດອື່ນໆ, ຊຸກຍູ້ການແລກປ່ຽນໄມຕີຈິດມິດຕະພາບໃນລະດັບຕ່າງໆ. ລາວເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງຄະນະກຳມະການສູນກາງພັກກອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນແກນນຳ, ປະຊາຊົນຈີນຈະໄດ້ຮັບຜົນສຳເລັດໃໝ່ໃນການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ, ບັນລຸເປົ້າໝາຍສູ້ຊົນຕາມເວລາທີ່ໄດ້ກຳນົດໄວ້.

No photo description available.

ສັງລວມແລ້ວ,ນັບແຕ່ພັກກອມມູນິດຈີນແລະພັກປປລາວໄດ້ສ້າງສາຍພົວພັນໂດຍກົງນຳກັນໃນປີ1959,ການພົວພັນຂອງສອງພັກແລະປະຊາຊົນສອງຊາດກໍໄດ້ມີການສະໜິດຕິດພັນກັນຢ່າງແໜ້ນແຟ້ນຕະຫຼອດມາ,ຮອດວັນທີ25ເມສາ1961 ສອງປະເທດໄດ້ເຊັນສັນຍາສ້າງຕັ້ງສາຍພົວພັນການທູດນຳກັນເພື່ອຊຸກຍູ້ສົ່ງເສີມແລະຍົກລະດັບສາຍພົວ ພັນໃຫ້ສູງຂື້ນຢ່າງຕໍ່ເນື່ອງ,ຊຶ່ງມາຮອດປີ2021ນີ້ກໍມີອາຍຸຄົບຮອບ60ປີ.ໃນສະພາບການໃໝ່,ໂດຍຍຶດໝັ້ນອຸດົມການດຽວກັນ,ການພົວພັນຮວ່ມມືລະຫວ່າງສອງພັກ,ສອງລັດແລະປະຊາຊົນສອງຊາດຈີນ-ລາວໄດ້ຂະຫຍາຍກວ້າງອອກຢ່າງຮອບດ້ານ,ສະແດງອອກວັນທີ12ພະຈິກ2000ສອງປະເທດໄດ້ອອກຖະແຫຼງການຮວ່ມກຳນົດການພົວພັນລະ ຫວ່າງຈີນ-ລາວເປັນ”ເພື່ອນບ້ານໃກ້ຄຽງທີ່ເປັນມິດ,ໄວ້ເນື້ອເຊື່ອໃຈກັນ,ໝັ້ນຄົງຍາວນານແລະຮວ່ມມືກັນຮອບດ້ານ.”ກ້າວເຂົ້າສູ່ຍຸກໃໝ່.ສະເພາະປີ2021ການນຳສູງສຸດຂອງທັງສອງປະເທດກໍ່ໄດ້ຮ່ວມກັນປະກາດໂດຍກຳນົດໃຫ້ເປັນປີແຫ່ງມິດຕະພາບລາວ-ຈີນຕື່ມອີກ.ນີ້ສະແດງໃຫ້ເຫັນວ່າການນຳສູງສຸດຂອງທັງສອງປະເທດຍາມໃດກໍຍຶດໝັ້ນອຸດົມການດຽວກັນແລະກາຍເປັນຄູ່ຮວ່ມຊາຕາກຳສັງຄົມນິຍົມທີ່ມີຄວາມໝາຍຍຸດທະສາດຮວ່ມກັນ.

No photo description available.

(ໂດຍ: ດວງຈິດ ສະຫວັດບຸນມີ)

Leave a Reply

Your email address will not be published. Required fields are marked *