ໃນວັນທີ 29 ມັງກອນ ທີ່ຜ່ານມາ, ສານຂັ້ນຕົ້ນແຂວງອຸດົມໄຊ ໄດ້ນຳສຳນວນຄະດີຂຶ້ນມາພິຈາລະນາຕັດສິນຕາມລະບຽບກົດໝາຍ ໂດຍມີຈຳເລີຍ 4 ຄົນຄື: 1. ທ້າວ ທຽມ ອາຍຸ 51 ປີ, ຖືກກັກຕົວວັນທີ 28 ມັງກອນ 2020 2. ທ້າວ ພົງ ອາຍຸ 28 ປີ ກັກຕົວວັນທີ 6 ກຸມ ພາ 2020 ທັງສອງ ຢູ່ບ້ານລອງຢອງ; 3. ທ້າວ ລາວໄຟຢີມົວ ຫຼື ຈີໜູ ອາຍຸ 27 ປີ ຢູ່ບ້ານມົກແຫວນ ເມືອງປາກແບງ ແຂວງອຸດົມໄຊຖືກກັກຕົວວັນທີ 7 ກຸມພາ 2020 ໃນສະຖານຄ້າ-ຂາຍ ຢ ແລະ ມີ ຢ ໄວ້ໃນຄອບຄອງ

ອົງການໄອຍະການປະຊາຊົນແຂວງອຸດົມໄຊ ໄດ້ຖະແຫຼງສຳນວນຄະດີໃຫ້ຮູ້ວ່າ:ໃນວັນທີ 23 ມັງກອນ 2020 ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງປາກແບງ ແຂວງອຸດົມໄຊ ໄດ້ອອກເຄື່ອນໄຫວ ລາດຕະເວນຢູ່ຂອບເຂດບ້ານ ມົກແຫວນ ແລະ ບ້ານງອນ. ຮອດເວລາ 18:00 ໂມງ ຂອງວັນດຽວກັນໄດ້ພົບເຫັນທ້າວ ທຽມ ຍ່າງຜ່ານເສັ້ນທາງເຂດບ້ານດັ່ງກ່າວທ່າທາງມີພິລຸດ ພ້ອມທັງຈົກເອົາເຄື່ອງຂອງກາງ ຢ ບໍ່ຮູ້ຈຳນວນຢູ່ໃນຖົງໂສ້ງໂຍນຖິ້ມ ແລ້ວແລ່ນເຂົ້າປ່າ. ຜ່ານການກວດກາຂອງເຈົ້າໜ້າທີ່ວິຊາສະເພາະ ໄດ້ພົບເຫັນ ຢ ຈໍານວນ 175 ເ ມັດ ຈາກນັ້ນ, ທາງເຈົ້າໜ້າທີ່ຈຶ່ງແຕ່ງຕັ້ງພະນັກງານຕິດຕາມ. ມາຮອດວັນທີ 28 ມັງກອນ 2020, ຈຶ່ງສາມາດກັກຕົວມາດໍາເນີນຄະດີ.

ມາຮອດວັນທີ 6 ກຸມພາ 2020, ເຈົ້າໜ້າທີ່ ໄດ້ອອກເຄື່ອນໄຫວລາດຕະເວນຢູ່ຂອບເຂດບ້ານ ມົກແຫວນ ແລະ ບ້ານ ພູຫຍ້າຄາ ໄດ້ພົບເຫັນທ້າວ ພົງ ຂັບຂີ່ລົດຈັກຍີ່ຫໍ້ HONDA ລຸ້ນ WAVE ສີຂາວ ບໍ່ມີໝາຍເລກທະບຽນ ທ່າທາງມີພິລຸດເຈົ້າໜ້າທີ່ ຈຶ່ງຂໍອະນຸຍາດກວດກາຕົນຕົວ ແລະ ລົດ. ຜ່ານການກວດກາ ພົບເຫັນ ຢ ຈໍານວນ 119 ເ ມັດ ຊຸກເຊື່ອງໄວ້ໃນໝວກກັນກະທົບ, ເຈົ້າໜ້າທີ່ຈຶ່ງກັກຕົວ ພ້ອມທັງນຳຕົວມາສອບສວນຕາມຂັ້ນຕອນຂອງລະບຽບກົດໝາຍ.

ຜ່ານການສອບສວນຂອງເຈົ້າໜ້າທີ່ຜູ້ຖືກຫາທັງສອງ ໄດ້ໃຫ້ການສາລະພາບວ່າ: ຢ ຈໍານວນດັ່ງກ່າວ ແມ່ນໄດ້ຊື້ຈາກ ທ້າວ ລາວໄຟຢີມົວ ຫຼື ຈີໜູ ຢູ່ບ້ານມົກແຫວນ. ມາຮອດວັນທີ 7 ກຸມພາ 2020, ເຈົ້າໜ້າທີ່ ຈຶ່ງເຂົ້າກວດເຮືອນຂອງທ້າວ ລາວໄຟຢີມົວ ຫຼື ຈີໜູ ຢູ່ບ້ານມົກແຫວນ, ເມືອງແບງ ແຂວງອຸດົມໄຊ ພົບເຫັນ ຢ ຈໍານວນ 7 ຖົງ ມີ 1.255 ເມັດ ຢູ່ໃນຖົງເປ້ ຊຸກເຊື່ອງໄວ້ໃນຫ້ອງນອນຂອງທ້າວ ລາວໄຟຢີມົວ ຫຼື ຈີໜູ ເຈົ້າໜ້າທີ່ ຈຶ່ງກັກຕົວມາດໍາເນີນຄະດີ.

ຜ່ານການສອບສວນ ທ້າວ ລາວໄຟຢີມົວ ຫຼື ຈີໜູ ຮັບວ່າ: ໃນມັງກອນ 2020, ໄດ້ຊື້ ຢ ຈໍານວນ 1 ມັດ ມີ 10 ຖົງ ນໍາຊາຍຄົນບໍ່ຮູ້ຊື່. ມາຮອດວັນທີ 23 ມັງກອນ 2020, ໄດ້ນໍາເອົາ ຢ ມາຂາຍໃຫ້ທ້າວ ທຽມ ຈໍານວນ 1 ຖົງ ມີ 177 ເມັດ. ມາຮອດວັນທີ 6 ກຸມພາ 2020, ໄດ້ເອົາ ຢ ຂາຍໃຫ້ທ້າວ ພົງ ຈໍານວນ 121 ເມັດ ລາຄາ 200.000 ກີບ; ນອກ ຈາກນີ້, ຜູ້ກ່ຽວຍັງໄດ້ເອົາ ຢ ໄປຈ້າງໃຫ້ກຸ່ມມົ້ວສຸມບໍ່ຮູ້ຊື່ ແລະ ທີ່ຢູູ່ລ້ອມຮົ້ວຟາມງົວຂອງຕົນອີກ ຈໍານວນໜຶ່ງ. ຍັງເຫຼືອ ຢ ຈໍານວນ 7 ຖົງເທົ່າກັບ 1.255 ເມັດ ຈຶ່ງໄດ້ເອົາໄປຊຸກເຊື່ອງໃສ່ຖົງເປ້ໄວ້ໃນຫ້ອງນອນ. ມາຮອດວັນທີ 7 ກຸມພາ 2020, ຈຶ່ງຖືກເຈົ້າໜ້າທີ່ເຂົ້າກວດກາ ພົບເຫັນ ແລະ ກັກຕົວມາດໍາເນີນຄະດີ.

ຈາກການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງພາວະວິໄສ ແລ້ວເຫັນວ່າມີຫຼັກຖານຮັດກຸມໜັກແໜ້ນ ແລະ ພຽງພໍຕໍ່ການຢັ້ງຢືນວ່າການກະທໍາຂອງພວກຈໍາເລີຍ ເປັນການກະທໍາຜິດຕາມຂໍ້ກ່າວຫາແທ້. ດ້ວຍເຫດນັ້ນ, ຄະນະສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ຈຶ່ງໄດ້ພິຈາລະນາຕັດສິນລົງໂທດ ຕັດອິດສະຫຼະພາບ:ທ້າວ ທຽມ (ຈຳເລີຍ 1) ຈຳຄຸກ 5 ປີ ແລະ ປັບໄໝ 10.000.000 ກີບ; ທ້າວ ພົງ (ຈໍາເລີຍ 2) 5 ປີ ປັບໄໝ 10.000.000 ກີບ; ທ້າວ ລາວໄຟຢີມົວ ຫຼື ຈີໜູ (ຈຳເລີຍ3) 10 ປີ ແລະ ປັບ ໄໝ 100.000.000 ກີບ.

ນອກນັ້ນ, ໃນວັນດຽວກັນ ຄະນະສານອາຍາຂັ້ນຕົ້ນແຂວງ ຍັງໄດ້ນຳເອົາສຳນວນຄະດີ ສະບັບເລກທີ 009/ຂຕ.ອ ລົງວັນທີ 29 ມັງກອນ 2021 ຂຶ້ນມາພິຈາລະນາ ໂດຍຕັດສິນລົງໂທດ ທ້າວ ຕານ (ຈໍາເລີຍ) ອາຍຸ 44 ປີ, ສັນຊາດລາວ, ຢູ່ບ້ານນ້ຳດໍ້ ເມືອງແບງ ແຂວງອຸດົມໄຊ ຈໍາຄຸກ 5 ປີ ແລະ ປັບໃໝ 10.000.000 ລ້ານກີບ ສະຖານມີຢາເສບຕິດ ປະເພດ ຢ ຈຳນວນ 38 ເມັດ ນ້ຳໜັກ 3,9 ກຼາມ.

Leave a Reply

Your email address will not be published. Required fields are marked *