ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງສິງ ແຂວງຫຼວງນ້ຳທາ ພ້ອມດ້ວຍເຈົ້າທີ່ກ່ຽວຂ້ອງໄດ້ນຳຕົວ ທ້າວ ຊໍທໍ່ ອາຍຸ 27 ປີ ປະຊາຊົນ ບ້ານກົ້ກມ່ວງ ເມືອງສິງ ແຂວງຫຼວງນ້ຳທາ ໄປທຳແຜນປະ ກອບຄຳຮັບສາລະພາບໃນວັນທີ 11 ມັງກອນ 2021 ຫຼັງຈາກຜູ້ກ່ຽວໄດ້ ຄ າ ດ ຕ ະ ກ ຳ ນາງຢາຊົງ ອາຍຸ 50 ປີ ປະຊາຊົນ ຢູ່ບ້ານກົ້ກມ່ວງ ເມືອງສິງ ແຂວງຫຼວງນ້ຳທາ ເສຍຊີວິດຄາທີ່ ໃນວັນທີ 30 ທັນວາ 2020.

ຮອ ຖາວອນ ພົມມະຈັນ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງສິງ ໄດ້ໃຫ້ຮູ້ວ່າ: ເຫດ ການດັ່ງກ່າວເກີດຂຶ້ນໃນຕອນເຊົ້າວັນທີ 30 ທັນວາ 2020, ຜູ້ຖືກຫາໃຫ້ການກັບເຈົ້າໜ້າທີ່ວ່າ: ກ່ອນເກີດເຫດ, ທ້າວ ຊໍທໍ່ ຕື່ນແລ້ວຮູ້ສຶກຢາກ ເ ສ ບ ຢ ຈຶ່ງໄດ້ຄິດຮອດ ນາງ ຢາຊົງ ເຊິ່ງຜ່ານມາທັງສອງເຄີຍພົວພັນຊື້ ຢ ນຳກັນ. ຈາກນັ້ນ, ກໍໄດ້ໄປຫາ ນາງ ຢາຊົງ ພໍມາຮອດສວນຜັກ ຂອງ ນາງ ຢາຊົງ, ເຊິ່ງເຫັນນາງກ ລັງກົ້ມໜ້າເກັບຜັກກາດຢູ່ນັ້ນ ຈຶ່ງຍ່າງເຂົ້າໄປຖາມ ຂໍ ຢ ນຳ ນາງ ຢາຊົງ ແຕ່ບໍ່ຕອບ, ຈຶ່ງຖາມອີກຄັ້ງທີ່ 2 ນາງ ໄດ້ຕອບວ່າມີ 2 ເ ມັດ ແຕ່ບໍ່ໃຫ້, ຈຶ່ງໄດ້ຖາມອີກ ຄັ້ງທີ 3 ພ້ອມທັງເວົ້າວ່າຊິໃຫ້ ຫຼື ບໍ່ໃຫ້. ຖ້າບໍ່ໃຫ້ຊິຕີໃຫ້ຕາຍ ແລ້ວ ນາງ ຢາຊົງ ກໍຕອບວ່າຊິຕີໃຫ້ຕາຍກະບໍ່ເປັນຫຍັງ. ຈາກນັ້ນ ຜູ້ກ່ຽວຈຶ່ງຍ່າງຂຶ້ນໄປເອົາໄມ້ ຄ້ອນຢູ່ແຄມສວນຢາງ ຫ່າງຈາກຈຸດເກີດເຫດ 100 ເເມັດ, ແລ້ວຈັບເອົາໄມ້ຄ້ອນຍ່າງມາທາງຫຼັງຂອງ ນາງ ຢາຊົງ ແລ້ວໃຊ້ໄມ້ຄ້ອນຟາດໃສ່ງ່ອນຂອງ ນາງ ຢາຊົງ 1 ຄັ້ງ ຈົນໝົດແຮງ ເຮັດໃຫ້ນາງ ຢາຊົງ ລົ້ມລົງ ແລ້ວຟາດໃສ່ຫົວອີກ 2 ຄັ້ງຢ່າງແຮງ ພ້ອມທັງໃຊ້ຕີນຢຽບບໍລິ ເວນໃບໜ້າ 4 ຄັ້ງ ເຮັດໃຫ້ ນາງ ຢາຊົງ ເສຍຊີວິດຄາທີ່. ຈາກນັ້ນ, ໄດ້ອູ້ມເອົາສົບໄປປະໄວ້ຢູ່ແຄມສ່ວນຜັກກາດຫ່າງຈາກຈຸດເກີດເຫດປະມານ 10 ແມັດ ແລະ ຜູ້ກ່ຽວກໍໄດ້ຄົ້ນຕາມຕົວຂອງຜູ້ເສຍຊີວິດໄດ້ເງິນ 3 ລ້ານກີບ ກັບ ຢ 2 ເ ມັດ ແລະ ໄດ້ນຳເອົາເງິນດັ່ງກ່າວໄປໃຊ້ຈ່າຍ ແລະ ຊື້ ຢ ມາ ເ ສ ບ ຈົນໝົດ. ຕໍ່ມາ, ຜູ້ກ່ຽວຈຶ່ງຖືກເຈົ້າໜ້າທີ່ວິຊາສະເພາະເຂົ້າກັັກຕົວມາດຳເນີນການສອບສວນຕາມລະບຽບກົດໝາຍ.

ຮອ ຖາວອນ ພົມມະຈັນ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງສິງ ໃຫ້ຮູ້ຕື່ມອີກວ່າ: ພາຍຫຼັງໄດ້ທຳແຜນປະກອບຄຳສາລະພາບແລ້ວ ກໍຈະໄດ້ປະກອບສຳນວນຄະດີ ພ້ອມນຳຕົວ ທ້າວ ຊໍທໍ່ ສົ່ງໃຫ້ພະແນກທີ່ກ່ຽວຂ້ອງຂອງກອງບັນຊາການ ປກສ ແຂວງຫຼວງນ້ຳທາ ເພື່ອສືບຕໍ່ສະຫຼຸບສຳນວນຄະດີສົ່ງໃຫ້ໄອຍະການແຂວງສັ່ງຟ້ອງຂຶ້ນສານຕັ ດ ສິ ນລົ ງໂ ທ ດຕາມຂັ້ນຕອນຂອງກົດໝາຍ.

Leave a Reply

Your email address will not be published. Required fields are marked *