ໃນວັນທີ 8 ກຸມພາ 2021 ກອງກໍາລັງ ສະຖານີຕຳຫຼວດແກ້ໄຂເຫດສຸກເສີນ 1191 ໄຊສົມບູນ ເມືອງໄຊທານີ ນວ ຮ່ວມກັບ ປກສ ກຸ່ມ ໂຄກສີວິໄລ, ປກສ ກຸ່ມ ຫົວຊຽງ ໄດ້ສົມທົບກັບການຈັດຕັ້ງບ້ານ 7 ບ້ານ ລົງເຄື່ອນໄຫວກວດກາໝາກກະໂພກ ຢູ່ຕາມຕະຫຼາດ ແລະ ຮ້ານຄ້າຂາຍສິນຄ້າເຄື່ອງຍ່ອຍຕ່າງໆ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ພ້ອມທັງສ້າງບົດບັນທຶກກ່າວເຕືອນ ນຳບັນດາເຈົ້າຂອງຮ້ານ ແລະ ຕະຫຼາດຄື: ສ້າງບົດບັນທຶກກັບເຈົ້າຂອງຕະຫຼາດ 4 ແຫ່ງ, ຮ້ານຄ້າຊາວຈີນ 7 ຮ້ານ, ຮ້ານຄ້າຂອງຄົນລາວໄດ້ 30 ຮ້ານ.

May be an image of 3 people and people standing

.

May be an image of 2 people and people standing

ຜ່ານການລົງກວດກາຕົວຈິງສາມາດຍຶດຂອງກາງໄດ້ ໝາກກະໂພກນ້ອຍ – ໃຫຍ່ ຈໍານວນ1941 ໝາກ, ບັ້ງໄຟ ຈີດ 30 ບັ້ງ, ບັ້ງໄຟຂີດ 115 ບັ້ງ, ທັງນີ້ກໍ່ເພື່ອເຮັດໃຫ້ ເມືອງໄຊທານີ ປາສະຈາກສຽງແຕກຂອງໝາກກະໂພກ, ທັງເປັນການປະຕິບັດໜ້າທີ່ຢ່າງເຂັ້ມງວດ ແລະ ປະຕິບັດຕາມ ຂໍ້ຕົກລົງ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 620/ຈນວ, ລົງວັນທີ 29 ກັນຍາ 2020 ວ່າດ້ວຍການຄວບຄຸມສຽງເນືອງນັນ ຢູ່ນະຄອນຫຼວງວຽງຈັນ ຢ່າງເຄັ່ງຄັດ ເພື່ອເຮັດໃຫ້ເມືອງໄຊທານີ ກໍ່ຄື ນະຄອນຫຼວງວຽງຈັນມີຄວາມສະຫງົບດີໂດຍພື້ນຖານ.

May be an image of indoor

.

May be an image of indoor

Leave a Reply

Your email address will not be published. Required fields are marked *