ແຂວງວຽງຈັນ ຈະແກ້ໄຂບ້ານທຸກຍາກທົ່ວແຂວງທີ່ຍັງເຫລືອພຽງ 1 ບ້ານ ຄື: ບ້ານປາກແຜນ ຢູ່ເມືອງແມດ ໃຫ້ໄດ້ພາຍໃນປີ 2021 ນີ້, ຂະນະທີ່ຄອບຄົວທຸກຍາກຍັງເຫລືອ 692 ຄອບຄົວ ຈະແກ້ໄຂໃຫ້ໄດ້ໃນໄວໆ ນີ້.

ທ່ານ ຄໍາພັນ ສິດທິດໍາພາ, ເຈົ້າແຂວງວຽງຈັນ ໃຫ້ສໍາພາດວ່າ: ສາເຫດທີ່ເຮັດໃຫ້ບ້ານປາກແຜນຍັງທຸກຍາກ ຍ້ອນພາຍໃນບ້ານຂາດນໍ້າໃຊ້ ເຊີ່ງອົງການປົກຄອງແຂວງມອບຄວາມຮັບຜິດຊອບໃຫ້ບັນດາຂະແໜງການກ່ຽວຂ້ອງລົງໄປແກ້ໄຂດ້ວຍການກໍ່ສ້າງນໍ້າບາດານພາຍໃນບ້ານ ແລ້ວມອບ ໃຫ້ບ້ານຄຸ້ມຄອງທັງໝົດ ຄາດວ່າຈະຊ່ວຍເຮັດໃຫ້ບ້ານປາກແຜນຫລຸດພົ້ນອອກຈາກບ້ານທຸກຍາກໄດ້ພາຍໃນປີ 2021, ສ່ວນຈໍານວນຄອບຄົວທຸກ ຍາກທີ່ຍັງເຫລືອເກີດຈາກຫລາຍສາເຫດ ເປັນຕົ້ນ: ບາງຄອບຄົວບໍ່ມີເນື້ອທີ່ທໍາການຜະລິດ, ບາງຄອບຄົວມີເນື້ອທີ່ທຳການຜະລິດແຕ່ຂາດນໍ້າ, ບາງຄອບຄົວມີເນື້ອທີ່ທໍາການຜະລິດແຕ່ຂາດແຮງງານເຂົ້າໃນການຜະລິດ, ບາງຄອບຄົວບໍ່ຮູ້ທໍາການຜະລິດ ແລະ ອື່ນໆ. ເຊີ່ງອົງການປົກຄອງແຂວງຈະສູ້ຊົນແກ້ໄຂໃຫ້ໄດ້ພາຍໃນ 5 ປີ ເຊີ່ງເປັນໄລຍະແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VI ນັບແຕ່ປີ 2021-2025.

ເຈົ້າແຂວງວຽງຈັນ ໃຫ້ຮູ້ຕື່ມວ່າ: ສໍາລັບມາດຕະການແກ້ໄຂຄອບຄົວທຸກຍາກທີ່ຍັງເຫລືອທັງໝົດ ຈະສຸມໃສ່ຈັດຕັ້ງປະຕິບັດຫລາຍມາດຕະການສໍາຄັນ ເປັນຕົ້ນ: ສຸມໃສ່ການຫັນລົງກໍ່ສ້າງຮາກຖານ, ສ້າງພື້ນຖານໂຄງລ່າງ ສິ່ງອຳ ນວຍຄວາມສະດວກທີ່ຈຳເປັນ ເພື່ອກະຕຸກຊຸກຍູ້ການຜະລິດຂອງປະຊາຊົນຢູ່ຊົນນະບົດ; ສ້າງອາຊີບທີ່ເປັນມູນເຊື້ອ ຕາມທ່າແຮງຂອງແຕ່ລະເຂດ, ສ້າງຄວາມສະດວກໃຫ້ປະຊາຊົນສາມາດເຂົ້າເຖິງສິນເຊື່ອ, ຮູ້ນຳໃຊ້ເຕັກນິກວິຊາການ, ຈັດສັນປັດໄຈການຜະລິດທີ່ຈຳເປັນ ເຊັ່ນ: ການຈັດສັນທີ່ດິນໃຫ້ປະຊາຊົນ, ປັບປຸງສະຖານີບໍລິການເຕັກນິກກະສິກຳ; ຊຸກຍູ້ສົ່ງເສີມຜູ້ປະກອບການ, ຫົວໜ່ວຍທຸລະກິດທີ່ມີທ່າແຮງດ້ານທຶນຮອນ, ເຕັກນິກ, ການຕະຫຼາດ ໄປລົງທຶນຢູ່ເຂດຊົນນະບົດ ເພື່ອຍູ້ແຮງການຜະລິດເປັນສິນຄ້າ ແລະ ການບໍລິການ ຂອງປະຊາຊົນໃຫ້ເກີດມີຫຼາກຫຼາຍ ທັງຮູບ ແບບຄອບຄົວ, ແບບເປັນກຸ່ມ ແລະ ອື່ນໆ.

ໂດຍ: ບຸນຕຽງ ຈັນທະວົງ | Lao National Radio

Leave a Reply

Your email address will not be published. Required fields are marked *