ເກີດເຫດເສົ້າ! ຟ້າຜ່າປະຊາຊົນເສຍຊີວິດ ທີ່ບ້ານນາກວາງ, ເມືອງໄຊຍະບູລີ ໃນຕອນແລງວັນທີ 8 ກຸມພາ 2021.

ລາຍງານຈາກປະຊາຊົນ, ຜູ້ໃຊ້ເຟສບຸກຊື່ ປ້ອມ ຈິດຕະວົງ ໂພສພາບ ແລະ ຂໍ້ຄວາມວ່າ: ເປັນອຸທະຫອນເຕືອນກັນແດ່ເດີທຸກຄົນ ເຫດເກີດຟ້າຜ່າຄົນຕາຍ ຊື່ ທ.ແປງ ເນຶ່ອງຈາກຟ້າຮ້ອງຝົນຕົກໃນເວລາ 15:40 ໂມງຂອງວັນທີ 8 ກຸມພາ 2021.

ຜູ່ກ່ຽວຟັງເພງດ້ວຍ Mp3 ຢູ່ຖຽງສວນເຂດກ້ອງພູຜາດອກຄຳ ທີ່ບ້ານນາກວາງ ເມືອງໄຊຍະບູລີ, ແຂວງໄຊຍະບູລີ. ພວກເຮົາຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ຊີວິດດ້ວຍ ແລະ ເຕືອນໃຫ້ພາກັນລະວັງພາຍຸຝົນຕົກ ແລະ ຟ້າຜ່າ ໄລຍະນີ້.

ພາບແລະຂ່າວຈາກ: ປ້ອມ ຈິດຕະວົງ

Leave a Reply

Your email address will not be published. Required fields are marked *