ວັນ 25 ມັງກອນ ຜ່ານມາ, ເຈົ້າໜ້າທີ່ໜ່ວຍງານຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຕິດຕາມຈັບເປົ້າໝາຍຊື້ຂາຍຢ າ ນ ະ ລົ ກ ຢູ່ເຂດບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ສາ ມາດກັກເປົ້າໝາຍ ໄດ້ 4 ຄົນ ລວມພ້ອມຂອ ງ ກາ ງຢ າ ນ ະ ລົ ກ728 ເ ມັດ, ຜູ້ຖືກຫາ ທັງ4 ຄົນ ຊື່ ນາງ ດວງ ຈັນ ອາຍຸ 49 ປີ ມີຂອງກ າ ງຢ າ ນ ະ ລົ ກ 24 ເ ມັດ, ທ້າວ ດາວວິໄລ ອາຍຸ 24 ປີ ມີ ຢ າ ນ ະ ລົ ກ 294 ເ ມັດ ທັງ 2 ຢູ່ບ້ານທົ່ງປົ່ງ, ນາງ ນໍ້າຝົນ ອາຍຸ 22 ປີ ບ້ານໂນນແກ້ວ ມີ ຢ າ ນ ະ ລົ ກ 2 ຖົງ ເທົ່າກັບ 400 ເ ມັດ ແລະ ທ້າວ ສີລາວັນ ຫຼື ແອ ອາຍຸ 30 ປີ ພ້ອມຂອງກ າ ງ 10 ເ ມັດ ຢູ່ບ້ານໂນນຂີ້ເຫຼັກ ເມືອງສິີໂຄດຕະບອງ ນວ ໄປດໍາເນີນຄະດີຕາມກົດໝາຍ.
ຜ່ານການສອບສວນ ນາງ ດວງຈັນ ຮັບສະລະພາບວ່າ: ໃນວັນທີ 25 ມັງກອນ 2021, ໄດ້ໂທສັ່ງຊື້ ຢ າ ນ ະ ລົ ກ ນຳທ້າວ ດາວວິໄລ ຈໍານວນ 24 ເມັດ ມາສົ່ງຢູ່ເຂດຄອງນໍ້າບ້ານທົ່ງປົ່ງ ເພື່ອເອົາມາໄວ້ໃຫ້ຜົວ ເ ສ ບ ໃນເວລາອອກແຮງງານ, ເມື່ອໄດ້ຢາມາແລ້ວກໍຂີ່ລົດກັບເຮືອນ ແຕ່ຖືກເຈົ້າໜ້າທີ່ ປກສ ຕິດຕາມກັ ກ ຕົວໃນລະຫວ່າງທາງ ພ້ອມຂອງກາງຢ າ ນ ະ ລົ ກ ຈໍານວນ 24 ເ ມັດ.

ທ້າວ ດາວວິໄລ ສາລະພາບວ່າ:ຢ າ ນ ະ ລົ ກ ຈຳນວນ 294 ເ ມັດ ແມ່ນໄດ້ຊື້ນຳທ້າວ ສີລາວັນ ເພື່ອໄວ້ ເ ສ ບ ແລະ ຂາຍໃຫ້ກັບໄວລຸ້ນ ທີ່ ມົ້ ວ ສຸ ມເ ສບ ຢ າ ແລະ ຜ່ານມາເຄີຍຊື້ຢ າ ນ ະ ລົ ກ ມາຂາຍ, ຊື້ຄັ້ງລະ 1-2 ຖົ ງ ( ຖົງລະ200 ເ ມັດ) ໃນແຕ່ລະຄັ້ງໄດ້ນັດສົ່ງຢ າ ນ ະ ລົ ກ ໃຫ້ກັນຢູ່ຮ້ານອິນເຕີເນັດຄາເຟ ເຂດບ້ານໂພນສະຫວາດເໜືອ ເມືອງສີໂຄດຕະບອງ. ຫຼັງຈາກໄດ້ຢາບ້າມາແລ້ວ,ຜູ້ກ່ຽວກໍເອົາໄປສົ່ງໃຫ້ນາງ ດວງ ຈັນ ແລະ ຄັ້ງລ່າສຸດ ໃນຂະນະທີ່ຂັບຂີ່ລົດກັບເຮືອນ ກໍຖືກເຈົ້າໜ້າທີ່ ປກສ ກັ ກຕົ ວ ພ້ອມຢ າ ນ ະ ລົ ກ ຈຳນວນ 294 ເ ມັດ.
ນາງ ນໍ້າຝົນ ສາລະພາບວ່າ: ໃນວັນທີ 25 ມັງ ກອນ 2021, ທ້າວ ສີລາວັນ ( ແຟນ ) ໄດ້ເອົາ ຢ າ ນ ະ ລົ ກ ຈຳນວນ 2 ຖົ ງ ເທົ່າກັບ 400 ເ ມັດ ມາໃຫ້ ເພື່ອຈະເອົາໄປສົ່ງໃຫ້ຜູ້ສັ່ງຊື້. ຫຼັງຈາກ,ຂີ່ລົດໄປສົ່ງຢ າ ນ ະ ລົ ກ ແຕ່ຍັງບໍ່ຮອດຈຸດນັດໝາຍ ກໍຖືກເຈົ້າໜ້າທີ່ ປ ກ ສ ຈັ ບຕົວພ້ອມຂອງກາງ ຈຳນວນດັ່ງກ່າວ ໄປດຳເນີນຄະດີ.

ທ້າວ ສີລາວັນ ຮັບສາລະພາບວ່າ: ໄດ້ເ ສ ບ ຢ າ ມາແຕ່ປີ 2019, ເ ສ ບມື້ລະ 3-5 ເ ມັ ດ,ມາ ຮອດປີ 2020 ກໍເລີ່ມພົວພັນຊື້ ຢ າ ນ ະ ລົ ກມາຂາຍ,ໂດຍໄດ້ຕິດຕໍ່ພົວພັນສັ່ງຊື້ຢ າ ນ ະ ລົ ກ ນໍາຊາຍຄົນໜຶ່ງ ທີ່ບໍ່ຮູ້ຊື່ ແລະ ບໍ່ຮູ້ບ້ານຢູ່,ເຊິ່ງໃນແຕ່ລະຄັ້ງໄດ້ ນັດສົ່ງ ຢ າ ໃຫ້ກັນຢູ່ຮ້ານອິນເຕີເນັດຄາເຟ,ມາຮອດວັນທີ 25 ມັງກອນ 2021 ທ້າວ ດາວວິໄລ ໄດ້ໂທສັ່ງຊື້ ຢ າ ນ ະ ລົ ກນໍາ ຈໍານວນ 2 ຖົງ, ຕົນຈຶ່ງບອກໃຫ້ ນາງ ນໍ້າຝົນ ( ແຟນສາວ ) ເອົາຢາໄປສົ່ງໃຫ້ຕາມຈຸດນັດ ພໍຮອດເວລາປະມານ 14:00ໂມງ ຂອງວັນດຽວກັນ, ເຈົ້າໜ້າທີ່ກໍໄດ້ເຂົ້າກັ ກຕົ ວ ຢູ່ເຮືອນຂອງຕົນ ພ້ອມຂ ອງກ າ ງ ຢ າ ນ ະ ລົ ກ 10 ເ ມັດ.
ປັດຈຸບັນຄະດີດັ່ງກ່າວ ພວມຢູ່ໃນຂັ້ນຕອນຂອງການສອບສວນ ຂອງເຈົ້າໜ້າທີ່ໜ່ວຍງານຕຳຫຼວດ ສະກັ ດ ກັ້ ນ ແລະ ຕ້ານ ຢ າ ນ ະ ລົ ກ ປກສ ເມືອງສີໂຄດຕະບອງ ເພື່ອຂະຫຍາຍຜົນ ຕິດຕາມຈັບຜູ້ທີ່ຮ່ວມກັນຊື້ຂາຍ ຢ າ ນ ະ ລົ ກມາດຳເນີນຄະດີ, ພ້ອມຈະໄດ້ສະຫຼຸບສໍານວນສໍາເນົຄະດີ ສົ່ງໃຫ້ໄອຍະການ ປະຊາຊົນເຂດI ນະຄອນຫຼວງວຽງຈັນ ສືບຕໍ່ສັ່ງຟ້ອງສານຕັດສິນຕາມຂະບວນການຂອງກົດໝາຍ.