ພາຍຫຼັງໄດ້ລົງປະກາດ ໃນວັນທີ 21 ມັງກອນ 2021 ທີ່ ພໍ່ຄໍາງາ ໄດ້ຊອກຫາຍາດພີ່ນ້ອງ ທີ່ແຕກກັນ ຕອນປາງສົງຄາມ. ມາຮອດ ວັນທີ 2 ກຸມພາ 2021 ທາງຄອບຄົວ ຂອງ ພໍ່ຄໍາງາ ໄດ້ແຈ້ງໃຫ້ຮູ້ວ່າ ທາງພີ່ນ້ອງໄດ້ຮູ້ຂ່າວ ແລະ ໄດ້ພົບກັນນີ້. ຕອນນີ້ ຄອບຄົວຂອງເພິ່ນໄດ້ພໍ້ໜ້າພໍ້ຕາກັນອີກຄັ້ງ. ປະຈຸບັນພີ່ນ້ອງເພິ່ນແມ່ນຢູ່ບ້ານ ນໍ້າປາ, ເມືອງ ບໍລິຄັນ, ແຂວງ ບໍລິຄຳໄຊ.

ຂໍ້ຄວາມຈາກຄອບຄົວ ພໍ່ຄໍາງາ: ສະບາຍດີແອດກ່ອນອື່ນໝົດຕ້ອງຂອບໃຈແອັດຫຼາຍທີ່ຊ່ວຍເຫຼືອລົງປະກາດຕາມຫາພີ່ນ້ອງຂອງພໍ່ໃຫ້ປະຈຸບັນພໍ່ເພິ່ນພົບເຈິພີ່ນ້ອງເພິ່ນແລ້ວຫຼັງຈາກທີ່ລົງປະກາດແມ່ນທາງພີ່ນ້ອງເພິ່ນໄດ້ຕິດຕໍ່ມາຫາ ແລະ ເພິ່ນໄດ້ໄປຫາພີ່ນ້ອງເພິ່ນຕ້ອງຂໍຂອບໃຈແອັດທີ່ຊ່ວຍເຫຼືອເປັນໃຫ້ສັງຄົມຕະຫຼອດມາພໍ່ເພິ່ນຈຶ່ງໄດ້ພົບກັບພີ່ນ້ອງຂອງເພິ່ນ 😊😊🙏🙏

ສະແດງຄວາມດີໃຈກັບທາງຄອບຄົວ ທີ່ໄດ້ພົບກັນອີກຄັ້ງ, ແລະ ຂອບໃຈພະລັງໂຊຊຽວ ທີ່ເຮັດໃຫ້ຄວາມຫວັງ ທີ່ຄອງຄອຍມາ 48 ປີ ຂອງພໍ່ ຄໍາງາ ເປັນຈິງ. ຂຽນຫຼາຍກະບໍ່ໄດ້ ຊຶ້ງຈົນນໍາຕາຊິອອກ. ຊົມເຊີຍທຸກໆທ່ານ ທີ່ຊ່ວຍແຊເດີ.

.

.

ຂ່າວກ່ອນໜ້ານີ້

ຂ້າພະເຈົ້າຊື່ ແລະ ນາມສະກຸນ ທ້າວ ຄຳງາ ທູນສີສຸໄມ, ບ້ານເກີດ ບ້ານ ນາພຽງ ເມືອງ ງານ ແຂວງ ຊຽງຂວາງ ບ້ານຢູ່ປະຈຸບັນ ບ້ານ ໃຫ່ຍໂພນໄຊ ຫຼັກ18 ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ, ພໍ່ຊື່ ທ້າວ ທັນ ແມ່ຊື່ ນາງ ໝັດ, ມີອ້າຍເອື້ອຍນ້ອງນຳກັນ 7 ຄົນ , ຄົນທີ່ 1 ຊື່ ທ້າວ ລີ (ເສຍຊີວິດແລ້ວ) 2 ທ້າວ ຄໍາງາ 3 ທ້າວ ຊັນ 4 ທ້າວ ເສັດ 5 ທ້າວ ຕາ 6 ທ້າວ ເອງ 7 ນາງ ແຂວງ,

ເລົ່າປະຫວັດຫຍໍ້ແຕ່ ປີ 1970-2021 ແຕ່ປີ 1970-1972 ຢູ່ບ້ານ ຜູ້ງີ້ວ ເມືອງ ງານ ແຂວງ ຊຽງຂວາງ ປີ1972 ລີ້ໄພສົງຄາມ ຢູ່ບ້ານ ຜູ້ງີ້ວ ເມືອງ ງານ ແຂວງ ຊຽງຂວາງ ປີ1972 ຖືກສັດຕູກວດລ້າງໄປຢູ່ ເມືອງ ຍາມ, ແລ້ວລົງໄປຢູ່ ບ້ານ ທ່າສີ ເຂດບ້ານ ປາກພາງ,

ທ້າຍປີ 1973 ໜີ້ຈາກບ້ານ ທ່າສີ ລົງໄປບ້ານ ຜ່າຫວັງ ເມືອງເກົ່າ ແຂວງ ບໍລິຄໍາໄຊ ຜູ້ເປັນພໍ່ ແມ່ນໄດ້ເສຍຊີວິດແລ້ວ ຍ້ອນຕົກແພ້ ນໍ້າຊັນ ເວລາລົງມາຢູ່ບ້ານ ຜ່າຫວັງ, ໂດຍບໍ່ເຫັນຊາກສົບ ສ່ວນທ້າວ ລີ ຜູ້ເປັນອ້າຍ ໄປເປັນທະຫານຢູ່ ເມືອງ ຍາມ ແລ້ວໄດ້ເສຍຊີວິດຢູ່ ເມືອງ ຍາມ ແລ້ວເອົາໄປຈູດຢູ່ປ່າຊາ ຢູ່ສົ້ນຂົວນໍ້າຊັນ

ມາຮອດປີ 1974 ທາງອໍານາດການປົກຄອງແຂວງ ບໍລໍຄໍາໄຊ ໄດ້ຕົກລົງສົ່ງຄືນໃຫ້ແຂວງ ຊຽງຂວາງ ແລ້ວໄດ້ຍ້າຍອອກຈາກບ້ານ ຜ່າຫວັງ, ຂຶ້ນໄປຢູ່ບ້ານ ປາກເມີຍ ທາງບ້ານ ຊອນຊູ ຫຼັງຈາກນັ້ນທາງ ເມືອງ ແລະ ແຂວງ ຕົກລົງໃຫ້ໄປຕັ້ງບ້ານ ທາງທິດໃຕ້ຂອງແມ່ນໍ້າງື່ມ ເອີ້ນວ່າບ້ານ ນໍ້າກຸບ, ຫຼັງຈາກນັ້ນຂ້າພະເຈົ້າເອງແມ່ນໄດ້ຖືກເກັບໄປເປັນທະຫານ ຜາກສອງ ຢູ່ເຂດລ້ອງແຈ້ງ, ຫຼັງຈາກຢຶດອຳນາດແລ້ວ ຂ້າພະເຈົ້າໄດ້ຍ້າຍໄປເປັນທະຫານຢູ່ກອງພັນ 567 ປະຈໍາຢູ່ເຂດບ້ານ ແລວ ແຂວງ ຊຽງຂວາງ,

ຕົ້ນປີ 1977 ຖືກຍ້າຍຈາກ ຊຽງຂວາງ ລົງມາ ປະຈໍາຢູ່ແຂວງ ໄຊຍະບູລີ, ປີ1979 ຖືກສົ່ງໄປຮຽນ ວິຊາສະເພາະ ຢູ່ວຽງຈັນ ປີ 1981 ຈົບວິຊາສະເພາະແລ້ວຖືກສັບສອນ ໄປຢູ່ ກອງພົນທະຫານລາບທີ 2 ເຂດແຂວງ ຫຼວງພະບາງ ມາຮອດປີ 1982 ຍ້າຍຈາກຫຼວງພະບາງ ລົງມາຢູ່ ແຂວງ ໄຊຍະບູລີ,

ສ່ວນປະຫວັດຫຍໍ້ນີ້ແມ່ນເລົ່າແຕ່ສ່ວນໜຶ່ງເທົ່ນັ້ນ ຜ່ານມາແມ່ນເຮັດແຕ່ການປະຕິວັດ ເລີຍບໍ່ຮູ້ວ່າ: ແມ່ ແລະ ນ້ອງ ຍ້າຍໄປຢູ່ໃສ ຍັງມີຊີວິດຢູ່ບໍ່ ຈຶ່ງຂໍວິ່ງວອນນຳສັງຄົມ ຖ້າຫາກໃຜຮູ້ຂ່າວຄາວ ກະລຸນາຕິດຕໍ່ຫາຂ້າພະເຈົ້າແດ່ ເພາະຫວັງວ່າ ຢາກເຈີພີ່ນ້ອງອີກຈັກເທື່ອໃນຊີວິດ ຜ່ານມາແມ່ນເຄີຍໄດ້ຊອກຫາແຕ່ບໍ່ພົບ,

ເບີໂທຂ້າພະເຈົ້າ: ທ້າວ ຄຳງາ ທູນສີສຸໄມ. 020 55589157, 030 9796835, 020 54764806,

ນີ້ແມ່ນຮູບຂອງ ທ້າວຄໍາງາ, ສ່ວນຮູບແມ່ ແລະ ນ້ອງເພິ່ນແມ່ນບໍ່ມີເພາະເພິ່ນອອກບ້ານມາດົນ

Leave a Reply

Your email address will not be published. Required fields are marked *