ເຈົ້າໜ້າທີ່ທະຫານຊາຍແດນ 324 ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ປະຕິບັດໜ້າທີ່ອອກເຄື່ອນໄຫວກວດກາລາດຕະເວນໃນ ວັນທີ 25 ມັງກອນ 2021, ຢູ່ ຂອບເຂດບ້ານຫ້ວຍໄຜ່ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ພົບເຫັນເປົາສີຂາວ ຈໍານວນ 7 ເປົາ ຊຸກເຊື່ອງໄວ້ໃນປ່າກ້ອງກົກໄຄ້ ແຄມນ້ຳຂອງ ) ຈຶ່ງໄດ້ທໍາການກວດຄົ້ນ ພົບເຫັນຢ າ ປະເພດຢ າ ເ ສ ບ ຕິ ດ ຈໍານວນ 788 ມັດ ມີ 1.500.000 ກວ່າເ ມັ ດ ແລະ ຢ າ ໄອ ສ໌ 9 ຖົ ງ.

ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ ວ່າ: ໃນວັນທີ 25 ມັງກອນ 2021, ໃນເວລາ 8:00 ໂມງ ທະຫານຊາຍແດນ 324 ກອງ ບັນຊາການທະຫານ ແຂວງສະຫວັນນະເຂດ ໄດ້ອອກກວດກາລ າດ ຕ ະເ ວນປະຕິບັດໜ້າທີ່ໃນຂອບເຂດຄວາມຮັບຜິ ດຊ ອບ, ເຊິ່ງໃນຂະນະລາ ດຕ ະເວ ນຮອດຂອບເຂດບ້ານຫ້ວຍໄຜ່ ນະຄອນໄກສອນພົມວິຫານ ພົົບເຫັນກະເປົາສີຂາວ ຈໍານວນ 7 ເປົາ ຊຸກເຊື່ອງໄວ້ ໃນກ້ອງກົກໄຄ້ ຫ່າງຈາກແຄມນ້ຳຂອງປະມານ 5 ແມັດ. ຜ່ານການກວດກາ ພົບເຫັນ ຢ າ ຈໍານວນ 788 ມັ ດ ເທົ່າກັບ 1. 576.000 ເ ມັ ດ ແລະ ຢ າ ໄ ອ ສ໌ ຈໍານວນ 9 ຖົງ ນ້ອຍ, ຈຶ່ງໄດ້ນໍາເອົາຢ າ ຈໍານວນດັ່ງກ່າວ ມາທີ່ກອງບັນຊາການທະຫານແຂວງ ພ້ອມທັງປະສານຫາພາກ ສ່ວນກ່ຽວຂ້ອງມາກວດກາສະຖານທີ່ດັ່ງກ່າວ.

ໃນວັນດຽວກັນ, ພົຈວ ສີ ທະວີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ສະ ຫວັນນະເຂດ ໄດ້ນໍາເອົາຢ າ ຈໍານວນດັ່ງກ່າວມອບໃຫ້ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຫົວໜ້າກົມຊາຍແດນ, ຄະນະຫ້ອງ ປກຊ-ປກສ ແຂວງ, ພະແນກຕຳຫຼວດສ ະກັ ດ ກັ້ ນ ແລະ ຕ້ າ ນ ຢ າ ເ ສ ບ ຕິ ດ, ເຈົ້າໜ້າທີ່ທະຫານຊາຍແດນ 324 ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັອ ສົມໝາຍ ພົມມະຈັນ ໃຫ້ຮູ້ຕື່ມວ່າ: ພາຍຫຼັງທີ່ໄດ້ຮັບລາຍຈາກທະຫານຊາຍແດນທີ່ ພົບເຫັນຢ າ ຈໍານວນດັ່ງກ່າວ, ປກສ ແຂວງ ຈຶ່ງໄດ້ຈັດກໍາລັງວິຊາສະເພາະລົງປະສານສົມທົບກັບເຈົ້າໜ້າທີ່ທະຫານຊາຍ ແດນ ເພື່ອສືບຄົ້ນຫາທີ່ມາ ແລະ ເຈົ້າຂອງຢ າ ມາຮັ ບໂ ທ ດຕາມລະບຽບກົດໝາຍ.

Leave a Reply

Your email address will not be published. Required fields are marked *