ລາຍງານຈາກ ກູ້ໄພ 1624 ແລະ 1628 ໃຫ້ຮູ້ໃນເວລາ ປະມານ 21:00 ວັນທີ 4 ກຸມພາ 2021, ໄດ້ຮັບແຈ້ງອຸບັດຕິເຫດຮຸນແຮງ ລົດກະບະເສຍຫຼັກປີ້ນ ທາງເລກ 10 ເຂດທາງໂຄ້ງເຂດໂຮງງານໂຄກ ບ້ານໄຮ່ ທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ລົດທີ່ປີ້ນແມ່ນ ກະບະ ໂຕໂຢຕ້າ ທະບຽນກຳແພງນະຄອນ 9813. ມີຜູ່ເສຍຊິວິດ 1 ຄົນ ເພດຊາຍ ຕິດຄາລົດ.

ທາງອາສາກູ້ໄພ ໄດ້ປະສານວ່າກັບເຈົ້າໜ້າທີ່ກ່ຽວຂ້ອງ ໃຊ້ອຸປະກອນ ຕັດງັດ ເອົາຜູ່ເສຍຊີວິດອອກຈາກລົດ ແລະ ນໍາສົບສົ່ງໃຫ້ຍາດພີ່ນ້ອງ.

ສ່ວນສາເຫດຂອງອຸບັດຕິເຫດ, ເຈົ້າໜ້າທີ່ວິຊາສະເພາະຈະກວດສອບຕໍ່ໄປ. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.

ຄລິບລາຍງານສົດ
.
