ເມືອງສັງທອງ, ນະຄອນຫລວງວຽງຈັນ ວາງມາດຕະການຢ່າງເຂັ້ມງວດ ເພື່ອປ້ອງກັນໄຟໄຫມ້ລາມປ່າທີ່ອາດຈະເກີດຂຶ້ນພາຍໃນເມືອງຂອງຕົນ ໂດຍສະເພາະຢູ່ເຂດປ່າສະ ຫງວນພູພະນັງທີ່ເຄີຍເກີດຂຶ້ນໃນໄລຍະຜ່ານມາ.

May be an image of 1 person and indoor

ທ່ານ ສີສຸພັນ ບຸນສະເໝີ ຫົວຫນ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສັງທອງ ໃຫ້ສໍາພາດວ່າ: ແຕ່ລະປີໄດ້ເກີດໄຟໄຫມ້ລາມປ່າຢູ່ພາຍໃນເມືອງສັງທອງເປັນປະຈໍາ ໂດຍສະເພາະຢູ່ເຂດປ່າສະຫງວນແຫ່ງຊາດພູພະນັງ ເນື່ອງຈາກຫລາຍສາເຫດ ເປັນຕົ້ນ: ການຈູດປ່າເພື່ອລ່າສັດ, ການຈູດປ່າເພື່ອທໍາການຜະລິດ ແລະ ອື່ນໆ. ໃນນີ້ ເສຍຫາຍຫລາຍກວ່າຫມູ່ແມ່ນໄຟໄຫມ້ລາມປ່າເກີດຂຶ້ນໃນປີ 2019 ຜ່ານມາ ເຮັດໃຫ້ປ່າເສຍຫລາຍຮ້ອຍເຮັກຕາ. ສະເພາະປີນີ້ ອົງ ການປົກຄອງເມືອງ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບປ້ອງ ກັນໄຟໄຫມ້ລາມປ່າທີ່ມີຫລາຍຂະແຫນງການຂອງເມືອງເຂົ້າຮ່ວມ, ລວມທັງເອົາປະຊາຊົນຢູ່ບັນດາບ້ານທີ່ມີຄວາມສ່ຽງເກີດໄຟໄຫມ້ລາມປ່າເຂົ້າມາມີສ່ວນຮ່ວມນໍາກັນ. ນອກ ຈາກນີ້ ໄດ້ກະກຽມດ້ານງົບປະມານ ແລະ ອຸປະກອບຮັບໃຊ້ທີ່ຈໍາເປັນໄວ້ແລ້ວ.

May be an image of fire and outdoors

ທ່ານ ສີສຸພັນ ບຸນສະເໝີ ໃຫ້ຮູ້ຕື່ມວ່າ: ສຳລັບການໂຄ ສະນາເຜີຍແຜ່ບັນດານິຕິກຳກ່ຽວກັບການປ້ອງກັນໄຟໄຫມ້ລາມປ່າ ອົງການປົກຄອງເມືອງ ໄດ້ໃຫ້ພະນັກງານທີ່ລົງກໍ່ ສ້າງຮາກຖານນໍາເອົານິຕິກໍາທີ່ກ່ຽວຂ້ອງດັ່ງກ່າວໄປເຜີຍແຜ່ໃຫ້ປະຊາຊົນຮັບຮູ້ ໂດຍສະເພາະບັນດາບ້ານທີ່ອາໃສຢູເຂດມີຄວາມສ່ຽງເກີດໄຟໄຫມ້ລາມປ່າ. ນອກຈາກນີ້ ໄດ້ໂຄສະນາຜ່ານສື່ຕ່າງໆ ຂອງເມືອງ, ໃນນີ້ ລວມທັງໂທລະໂຄ່ງຂອງບ້ານ ເຫັນວ່າໄດ້ຮັບຜົນດີສົມຄວນ. ຢ່າງໃດກໍ ຕາມ ເພື່ອຮັບປະກັນບໍ່ໄຟໄຫມ້ລາມປ່າເກີດຂຶ້ນຢູ່ເມືອງສັງທອງໃນປີນີ້ ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນພາຍໃນເມືອງທຸກຄົນ ໂດຍສະເພາະຜູ້ທີ່ອາໃສຢູ່ເຂດທີ່ເຄີຍເກີດໄຟໄຫມ້ລາມປ່າ ຕ້ອງມີສະຕິປະຕິບັດຕາມແຈ້ງການຂອງຂັ້ນເທີງ ກໍຄື ແຈ້ງການແນະນໍາຂອງເມືອງວາງອອກໃຫ້ເຂັ້ມງວດທີ່ສຸດ

May be an image of fire and outdoors

Cr: ບຸນຕຽງ ຈັນທະວົງ

Leave a Reply

Your email address will not be published. Required fields are marked *