ວັນທີ 15 ມັງກອນ ຜ່ານມາ, ເຈົ້າໜ້າທີ່ພະແນກຕໍາຫຼວດປກສ ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ ກວດກາລົດກະບະວິໂກ້ ໝາຍເລກທະບຽນ ກກ 5526 ວຽງຈັນ, ພົບຢ າ 3 ມັດ ເທົ່າກັບ 6.000 ເ ມັດ ຊຸກເຊື່ອງໃນຖົງເຄື່ອງຂອງນາງ ເຊຍມົ່ວ ອາ ຍຸ 55 ປີ ຢູ່ບ້ານໂພໄຊ ເມືອງນາຊາຍທອງ ນະຄອນ ຫຼວງວຽງຈັນ.
ຜ່ານການສອບສວນ ຜູ້ກ່ຽວສາລະພາບວ່າ:ເລີ່ມ ຄ້າຂາຍຢ າ ມາແຕ່ປີ 2014; ເຊິ່ງຢາບ້າທີ່ນໍາມາຂາຍແມ່ນຊື້ຢູ່ເຂດຫຼັກ 52 ແຂວງວຽງຈັນ, ຊື້ມາເທື່ອລະ 10-20 ເ ມັດ ເປັນຈໍານວນຫຼາຍຄັ້ງ; ມາ ຮອດປີ 2020, ໄດ້ເອົາຢ າ ມາຂາຍຢູ່ເຂດພູກະລໍ ຈໍານວນ 4 ຄັ້ງ,ຄັ້ງລະ 1-5 ຖົງ (ຖົງລະ 200 ເ ມັດ), ມາຮອດວັນທີ 14 ມັງກອນ 2021, ໄດ້ນໍາຢ າ ທີ່ ຊື້ມາແຕ່ຫຼັກ 52 ຈໍານວນ 3 ມັດ ເທົ່າກັບ 6.000 ເ ມັດ ເພື່ອຈະນໍາໄປຂາຍ ຢູ່ເຂດເມືອງອະນຸວົງ, ແຕ່ຖືກເຈົ້າໜ້າທີ່ ປກສ ຈັ ບໄດ້ພ້ອມຂອງກາງ ໄປດໍາເນີນຄະດີ.

ໃນວັນດຽວກັນ, ເຈົ້າໜ້າທີ່ ປກສ ເມືອງອະນຸວົງ ໄດ້ຮັບລາຍງານວ່າ: ມີການລັກລອບເຄື່ອນໄຫວຊື້ ຂາຍ ຢ າ ເສ ບ ຕິ ດ ຢູ່ເຂດບ້ານນໍ້ຍອນ ເມືອງອະນຸວົງ ຈຶ່ງໄດ້ກັກຕົວເປົ້າໝາຍ ຊື່ ທ້າວ ມົວຢ່າງ ອາຍຸ 30 ປີ ຢູ່ບ້ານຫຼັກ 24 ເມືອງອະນຸວົງ ແຂວງໄຊສົມບູນພ້ອມຢ າຈໍານວນ 380 ເ ມັດ ໄປດຳເນີນ ຄ ະ ດີ ຕາມກົດໝາຍ.