1623 ແຂວງຈໍາປາສັກ ລາຍງານໃຫ້ຮູ້ວ່າວັນທີ 2 ກຸມພາ 2021 ເວລາ ໂມງ16:30ນາທີ ໄດ້ຮັບແຈ້ງເຫດ ຜ່ານເບິໂທ 1623 ອຸບັດຕິເຫດຮຸນແຮງ ລົດ 10 ລໍ້ ຕໍາກັບລົດຈັກ.

ຈຸດເກີດເຫດ: ຫລັກ 28 ທາງໃຕ້. ສະພາບແມ່ນ ລົດຈັກຕໍາເຂົ້າດ້ານໜ້າກໍ້າຊ້າຍຂອງລົດໃຫຍ່ ຮຸນແຮງ.

ທີ່ຈຸດເກີດເຫດພົບເສຍຊີວິດຈຳນວນ 1 ຄົນ ເພດ ຊາຍ ອາຍຸ 60 ປີ ອາຊີບ ທະຫານ ປັດຈຸບັນຢູ່ ບ້ານ ໂນນສຳພັນ ເມືອງ ໂພນທອງ ແຂວງ ຈຳປາສັກ.

ອາການເບື້ອງຕົ້ນ: ຂາຜິດຮູບເບື້ອງຊ້າຍ ແລະ ກະທົບກະດູກຕົ້ນຄໍຢ່າງຮຸນແຮງ (ເສຍຊີວິດຄາທີ່)

ດັ່ງນັ້ນໜ່ວຍກູ້ໄພມູນນິທິຈື່ງໄດ້ມ້ຽນຄາບສົບແລ້ວສົ່ງໃຫ້ພີ່ນ້ອງເຮັດພີທີທາງສາດສະຫນາ

  • ລາຍງານໂດຍ: 1623 ຈໍາປາສັກ -ຈຸດຫົວແຊ
  • ອຸປະຕິເຫດສຸກເສີນໂທ 1623 ຫຼື 0304912875, 0304912876

Leave a Reply

Your email address will not be published. Required fields are marked *