ຫ້ອງຕຳຫຼວດ ປກສ ນວ ສົມທົບກັບພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ທຳລາຍສິ້ນຄ້າທີ່ຫ້າມນຳເຂົ້າ ປະເພດອາຫານທະເລ ນໍ້າໜັກ 700 ກິໂລ ແລະ ໝາກຖົ່ວ 450 ກິໂລ ທີ່ບໍ່ໄດ້ ຜ່ານການກວດກາຈາກເຈົ້າໜ້າທີ່ ແລະ ມີຄວາມສ່ຽງຕິດພະຍາດໂຄວິດ-19, ໃນວັນທີ 30 ມັງກອນ 2021 ທີ່ສູນຖິ້ມຂີ້ເຫຍື້ອ ຫຼັກ 32 ເມືອງໄຊທານີ ນວ ໂດຍມີ ພັທ ຄໍາພອນ ພົມມະຈັນ ຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ, ມີທ່ານ ມະໂນສັກ ໄຊສິລິກຸນ ຮອງຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of one or more people, people standing, outdoors and text

.

May be an image of one or more people, people standing, outdoors and text

ພັທ ຄໍາພອນ ພົມມະຈັນ ໃຫ້ຮູ້ວ່າ: ໃນວັນ 30 ມັງກອນ 2021, ເວລາ 4 ໂມງ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ: ມີລົດຕູ້ໝາຍເລກທະບຽນ ກຕ 5425 ກຳແພງນະຄອນ ລັກຂົນສິນຄ້າທີ່ຫ້າມນໍາເຂົ້າຈາກປະເທດເພື່ອນບ້ານ ເຂດບ້ານສໍາພັນນາ ເມືອງສັງທອງ ນະຄອນຫຼວງວຽງຈັນ ເພື່ອສົ່ງໃຫ້ແມ່ຄ້າຢູ່ບັນດາຕະຫຼາດ, ຈາກນັ້ນ ໜ່ວຍງານວິຊາສະເພາະສະເພາະກິດ ໄດ້ອອກຕິດຕາມລົດຄັນດັ່ງກ່າວ ມາຮອດເວລາ 6 ໂມງ ຂອງວັນດຽວກັນ ຈິ່ງໄດ້ພົບເຫັນລົດເປົ້າໝາຍ ແລ່ນມຸງໜ້າມາເຂດບ້ານເກົ້າລ້ຽວ ເມືອງສີໂຄດຕະບອງ ນວ ເຈົ້າໜ້າທີ່ສະເພາະກິດຈິ່ງໄດ້ສະເໜີຕົວເຂົ້າກວດຄົ້ນ ພົບເຫັນສິນຄ້າຫ້າມນຳເຂົ້າ ປະເພດອາຫານທະເລ ມີ: ກຸ້ງປອກ 150 ກິໂລ; ປາເມີກສົດແຊ່ແຂງ 500 ກິໂລ; ໜວດປາມຶກ 50 ກິໂລ ແລະ ໝາກຖົ່ວ 490 ກິໂລ, ສິນຄ້າຈໍານວນດັ່ງກ່າວ ນໍາເຂົ້າຜິດລະບຽບການກ່ຽວກັບລະບອບພາສີອາການຂອງລັດ ແລະ ລະເມີດຕໍ່ແຈ້ງການ ສະບັບເລກທີ 1149/ອຄ.ກຂອ, ລົງວັນທີ 23 ທັນວາ 2020 ວ່າດ້ວຍການຫ້າມນໍາເຂົ້າຊົ່ວຄາວ ອາຫານທະເລ ຈາກປະເທດໄທ ແລະ ຂໍ້ຕົກລົງ ສະບັບເລກທີ 51/ນຍ, ລົງວັນທີ 30 ສິງຫາ 2020 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າ ອຸປະໂພກ-ບໍລິໂພກ.

May be an image of outdoors, tree and text that says 'ขภส UO'

.

May be an image of food and text

ການທໍາລາຍສິນຄ້າຄັ້ງນີ້ ເປັນການປ້ອງກັນບໍ່ໃຫ້ເກີດການແຜ່ລະບາດພະຍາດໂຄວິດ-19 ຈາກປະເທດເພື່ອນບ້ານ ເພື່ອບໍ່ໃຫ້ປະຊາຊົນ ນຳສິນຄ້າຈໍານວນດັ່ງກ່າວ ໄປບໍລິໂພກ ເພາະສິນຄ້າຈໍານວນດັ່ງກ່າວ ບໍ່ໄດ້ຮັບການກວດກາມີສານເຄມີປົ່ນເປື້ອນເກີນຄ່າມາດຖານທີ່ກໍານົດໄວ້ ຕໍ່ຜູ້ລະເມີດ ແລະ ພາຫະນະຮັບໃຊ້ ເຈົ້າໜ້າທີ່ສະເພາະກິດ ໄດ້ນຳມາຫ້ອງຕຳຫຼວດ ປກສ ນວ ເພື່ອສືບສວນ-ສອບສວນ ຊອກຫາຜູ້ຮ່ວມຂະບວນການ ນໍາເຂົ້າສິນຄ້າທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

May be an image of outdoors

.

May be an image of outdoors and text

.

May be an image of car, outdoors and text

Leave a Reply

Your email address will not be published. Required fields are marked *