ເຫດລົດໃຫຍ່ກັບລົດຈັກຕຳກັນ, ເສຍຊີວິດຄາທີ່ 1 ຄົນ ເຂດບ້ານຫ້ວຍລ້າ

ໃນວັນທີ 2 ກຸມພາ 2021 ເວລາ 18:00 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີລົດໃຫຍ່ກັບລົດຈັກຕຳກັນ ຢູ່ບ້ານ ຫ້ວຍລ້າ, ເມືອງ ສັງທອງ, ນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ເສຍຊີວິດ 1 ຄົນ ເປັນເພດຊາຍ, ຊື່ ທ. ເຢ້ ຊົງ, ອາຍຸ 29 ປີ, ປະຊາຊົນບ້ານ ນໍ້າປຸຍ, ເມືອງ ພຽງ, ແຂວງ ໄຊຍະບູລີ.

ຜູ່ເສຍຊິວິດແມ່ນ ກະທົບທີ່ຄໍ, ຫົວໃຈຢຸດເຕັ້ນ, ຂາເບື້ອງຊ້າຍຫັກສອງທ່ອນ ແລະ ບາດແຜຕາມຕົນຕົວ.

ດັ່ງນັ້ນ, ໜ່ວຍກູ້ໄພຈຶ່ງໄດ້ມ້ຽນຄາບສົບ ແລ້ວຝາກໄວ້ທີ່ໂຮງເຢັນຂອງໜ່ວຍກູ້ໄພນະຄອນຫຼວງ ເພື່ອລໍຖ້າຍາດຕິພີ່ນ້ອງນຳໄປເຮັດພິທີຕາມສາສະໜາ.

ທາງເຈົ້າໜ້າທີ່ກ່ຽວຂ້ອງຈະສືບສວນສາເຫດຂອງອຸບັດຕິເຫດຄັ້ງນີ້ຕາມຂັ້ນຕອນຂອງກົດໝາຍຕໍ່ໄປ

ເຕືອນໄພທຸກທ່ານ ຂັບລົດຢ່າງມີສະຕິ!

  • ອຸປະຕິເຫດສຸກເສີນໂທ : 🚑 1624 🚑
  • ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
  • – ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
  • – ອຸປະກອນການແພດຕ່າງໆ
  • ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
  • ຕິດຕໍ່ສອບຖາມ:020 2244 1624

Leave a Reply

Your email address will not be published. Required fields are marked *