14 ມາດຕະການຜ່ອນຜັນໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຄວິດ19 ນັບແຕ່ວັນທີ 1 ກຸມພາ ເຖິງວັນທີ 31 ມີນາ 2021.

ໃນໂອກາດຖະແຫລງຂ່າວກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຄວິດ19 ໃນວັນທີ 2 ກຸມພາ 2021, ທີ່ກະຊວງສາທາລະນະສຸກ ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດພະ ຍາດໂຄວິດ19 ຊີ້ໃຫ້ເຫັນວ່າ:

ເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ລັດຖະບານໄດ້ຕົກລົງ ແລະຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ປະຕິບັດບັນດາມາດຕະການຕ່າງໆ ຄືກັບມາດຕະການທີ່ໄດ້ປະຕິບັດໃນເດືອນທັນວາ 2020 ແລະ ເດືອນມັງກອນ 2021 ຜ່ານມາ ຕາມທີ່ໄດ້ລະບຸໃນແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1414/ຫສນຍ, ລົງວັນທີ 23 ທັນວາ. ຍ້ອນວ່າມີການລະບາດເພີ້ມຂື້ນໃນທຸກປະເທດອ້ອມຂ້າງ ຈື່ງຕ້ອງໄດ້ປະຕິບັດມາດຕະການເພີ່ມຕື່ມ ຈຳນວນນື່ງໃຫ້ເຂັ້ມງວດກວ່າເກົ່າ ສຳລັບໄລຍະແຕ່ວັນທີ 01 ກຸມພາ ຫາ ວັນທີ 31 ມີນາ 2021 ດັ່ງນີ້:

1. ໃຫ້ສືບຕໍ່ໂຈະການອະນຸມັດຖ້ຽວບິນເໝົາລຳ ຈາກປະເທດ/ຂົງເຂດ ທີ່ມີການລະບາດຂອງພະຍາດ COVID-19 ຢູ່ພາຍໃນ, ຍົກເວັ້ນຖ້ຽວບິນເພື່ອມະນຸດສະທໍາ, ຖ້ຽວບິນນໍາສົ່ງຄົນເຈັບ ແລະ ຖ້ຽວບິນມີແຕ່ຜູ້ໂດຍສານຂາອອກ ເທົ່ານັ້ນ ທີ່ມີຄວາມຈໍາເປັນ ແຕ່ຕ້ອງໄດ້ມີການຄົ້ນຄວ້າລະອຽດຮັດກຸມ ແລະ ກວດກາຢ່າງເຄັ່ງຄັດ ເປັນແຕ່ລະກໍລະນີ. ພ້ອມກັນນີ້ ກໍ່ໃຫ້ກວດຖ້ຽວບິນເໝົາລຳ ຈາກປະເທດ ທີ່ບໍ່ມີການລະບາດຂອງເຊື້ອພະຍາດ COVID-19 ຢູ່ພາຍໃນ ທີ່ໄດ້ຮັບອະນຸຍາດ, ເດັດຂາດບໍ່ໃຫ້ມີຜູ້ໂດຍສານຜ່ານ ຈາກປະເທດທີ່ມີການລະບາດຂອງພະຍາດ COVID-19 ຢູ່ພາຍໃນ ມານໍາຖ້ຽວບິນເໝົາລໍາດັ່ງກ່າວ.

2. ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມໃຫ້ແກ່ຄົນຕ່າງປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນທີ່ມີຄວາມຈໍາເປັນ ແລະຮີບດ່ວນ ສາມາດເຂົ້າມາປະຕິບັດໜ້າທີ່ຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆໄດ້ ແຕ່ຕ້ອງໄດ້ຮັບອະນຸ ຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນ ຢ່າງເຂັ້ມງວດ ເປັນຕົ້ນຕ້ອງໄດ້ມີໃບຢັ້ງຢືນການກວດເຊື້ອ COVID-19 ດ້ວຍເຄື່ອງກວດ PCR 72 ຊົ່ວໂມງກ່ອນເດີນທາງອອກນອກປະເທດ ໂດຍມອບໃຫ້ສາຍການບິນເປັນຜູ້ກວດກາຕົວຈິງ ແລະ ເມື່ອມາຮອດ ສປປ ລາວ ແລ້ວ ຕ້ອງໄດ້ເກັບຕົວຢ່າງ ເພຶ່ອກວດຫາເຊື້ອ COVID-19 ດ້ວຍເຄື່ອງ PCR ອີກ ແລະ ກັກຕົວຢູ່ສູນ ຫຼືໂຮງແຮມ ທີ່ລັດຖະບານກໍານົດໄວ້ ໃຫ້ຄົບ 14 ວັນ ຕາມລະບຽບການ. ພາຍຫຼັງທີ່ໄດ້ຮັບອະນຸມັດແລ້ວ ໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ນະຄອນຫຼວງວຽງຈັນ, ບັນດາແຂວງກ່ຽວຂ້ອງສົມທົບກັບບັນດາຂະແໜງການກ່ຽວຂ້ອງ ກວດກາສະພາບສະຖານທີ່ກັກກັນ ແລະ ຕິດຕາມແນະນຳພວກກ່ຽວ ທີ່ຈະເຂົ້າມານັ້ນ ໃຫ້ປະຕິບັດມາດຕະ ການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

3. ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼືດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງເຂົ້າ-ອອກ ໄດ້, ແຕ່ຕ້ອງໄດ້ຮັບການສີດຢາຂ້າເຊື້ອພະຍາດ ຕາມເຕັກນິກຂອງຂະແໜງການກ່ຽວຂ້ອງກຳນົດ.

4. ສືບຕ່ໍ່ປິດດ່ານສາກົນ ສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ມີຄວາມຈຳເປັນຮີບດ່ວນ ໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ. ສໍາລັບການຂົນສົ່ງສິນຄ້າ ຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ.

5. ບໍ່ອະນຸຍາດໃຫ້ຈັດງານຄອນເສີດ, ງານລາຕີສະໂມສອນ ແລະ ງານສະເຫຼີມສະຫຼອງຕ່າງໆ ທີ່ຈັດເປັນງານໃຫ່ຍ ໂດຍໃຫ້ສະຫຼອງຢູ່ກັບເຮືອນ ພາຍໃນຄອບຄົວຂອງໃຜລາວ, ສໍາລັບງານດອງ ກໍໃຫ້ຈັດແບບກະທັດຮັດ ບໍ່ໃຫ້ຈັດເປັນງານໃຫຍ່ ແລະ ປະຢັດມັດທະຍັດ ຕາມຮີດຄອງປະເພນີ ອັນດີງາມຂອງລາວເຮົາ ແຕ່ໃຫ້ຮັບປະກັນມາດຕະການ ປ້ອງກັນການຕິດເຊື້ອ COVID-19 ທີ່ ຄະນະສະເພາະກິດວາງອອກ.

6. ບໍ່ອະນຸຍາດໃຫ້ຈັດງານຄອນເສີດ, ງານລາຕີສະໂມສອນ ແລະ ງານສະເຫຼີມສະຫຼອງຕ່າງໆ ທີ່ຈັດເປັນງານໃຫ່ຍ ໂດຍໃຫ້ສະຫຼອງຢູ່ກັບເຮືອນ ພາຍໃນຄອບຄົວຂອງໃຜລາວ, ສໍາລັບງານດອງ ກໍໃຫ້ຈັດແບບກະທັດຮັດ ບໍ່ໃຫ້ຈັດເປັນງານໃຫຍ່ ແລະ ປະຢັດມັດທະຍັດ ຕາມຮີດຄອງປະເພນີ ອັນດີງາມຂອງລາວເຮົາ ແຕ່ໃຫ້ຮັບປະກັນມາດຕະການ ປ້ອງກັນການຕິດເຊື້ອ COVID-19 ທີ່ ຄະນະສະເພາະກິດວາງອອກ.

7. ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່ ໃຫ້ທຸກຄົນໃຫ້ສັງຄົມ ເຂົ້າໃຈວ່າ ເຖິງແມ່ນວ່າປະເທດເຮົາ ບໍ່ມີການລະບາດຂອງພະຍາດ COVID-19 ຢູ່ພາຍໃນກໍ່ຕາມ ແຕ່ທຸກປະເທດໃກ້ຄຽງ ມີການລະບາດເພີ້ມຂື້ນ ແລະ ຫຼາຍປະເທດໃນໂລກ ຍັງມີການລະບາດຮຸນແຮງຢູ່, ຍ້ອນແນວນັ້ນ ໃຫ້ພົນລະມືອງລາວ ແລະ ທຸກຄົນທີ່ອາໄສຢູ່ ສປປ ລາວ ຕ້ອງຍົກສູງສະຕິຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢ່າງເປັນເຈົ້າການຮ່ວມກັນ.

8. ສະເໜີໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບສົມທົບກັບນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ ໂດຍສະເພາະແຂວງຊາຍແດນເອົາໃຈໃສ່ ແລະ ສືບຕໍ່ເພີ່ມທະວີຕື່ມໃນການຕິດຕາມກວດກາ ການເຂົ້າ-ອອກ ຢູ່ດ່ານລາດຕະເວນຕາມຊາຍແດນຢ່າງເຄັ່ງຄັດ ເພື່ອຮັບປະ ກັນບໍ່ໃຫ້ມີການເຂົ້າ-ອອກແບບຊະຊາຍ ຫຼືມີການລັກລອບເຂົ້າ-ອອກ ບໍ່ຜ່ານດ່ານຊາຍແດນ ເພື່ອຮັບ ປະກັນບໍ່ໃຫ້ມີຄວາມສ່ຽງ ໃນການນຳເຊື້ອພະຍາດເຂົ້າມາແຜ່ລະບາດໃນຊຸມຊົນ. ກໍລະນີພົບເຫັນຜູ້ລັກລອບເຂົ້າມາ ແມ່ນໃຫ້ນຳເຂົ້າສູນຈຳກັດບໍລິເວນ ເພື່ອກວດວິເຄາະຫາເຊື້ອພະຍາດ, ຄວບຄຸມບໍ່ໃຫ້ມີການຕິດເຊື້ອ ແລະ ແຜ່ເຊື້ອ ພ້ອມທັງດຳເນີນການຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ.

9. ສະເໜີ ໃຫ້ອົງການປົກຄອງແຕ່ລະຂັ້ນ ສືບຕໍ່ເພີ່ມທະວີບົດບາດໃນການຄຸ້ມຄອງ, ການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການ ແຜ່ລະບາດຂອງພະຍາດ COVID-19 ໃນຂອບເຂດທີ່ຕົນຮັບຜິດຊອບ ແລະ ລາຍງານໃຫ້ຂັ້ນເທິງຂອງຕົນຊາບ ຢ່າງເປັນປົກກະຕິ ແລະ ທັນເວລາ.

10. ໃຫ້ກະຊວງສາທາລະນະສຸກສົມທົບກັບພາກສ່ວນກ່ຽວຂ້ອງ ຊີ້ນຳ, ຊຸກຍູ້ຕິດຕາມການປັບປຸງການເກັບຄ່າກວດວິເຄາະຫາເຊື້ອພະຍາດ COVID-19, ອອກຄຳແນະນຳລະອຽດກ່ຽວກັບການນຳໃຊ້ເຄື່ອງຕິດຕາມທາງການແພດ ແລະ ການປະກັນໄພ COVID-19 ສໍາລັບຄົນຕ່າງປະເທດ ທີ່ເດີນທາງເຂົ້າມາ ສປປ ລາວ ໃຫ້ສຳເລັດໂດຍໄວ.

11. ໃຫ້ຄະນະສະເພາະກິດປັບປຸງ ແລະ ຟື້ນຟູຄືນ ບັນດາສະຖານທີ່ຈຳກັດບໍລິເວນ ຢູ່ສູນກາງ ແລະ ຢູ່ທ້ອງຖິ່ນ ທີ່ມີແລ້ວ, ພ້ອມກັນນັ້ນ ກໍ່ໃຫ້ເພີ່ມສະຖານທີ່ໃໝ່ ເພື່ອເປັນບ່ອນຈຳກັດບໍລິເວນ ແລະ ປິ່ນປົວຜູ້ຕິດເຊື້ອ ໃນກໍລະນີ ທີ່ມີຜູ້ເດີນທາງມາຈາກຕ່າງປະເທດ ເປັນຈຳນວນຫຼາຍ ໂດຍສະເພາະ ແຮງງານລາວ ກໍຄືຄົນລາວ ທີ່ຕົກຄ້າງຢູ່ຕ່າງປະເທດ.

12. ໃຫ້ຄະນະສະເພາະກິດຊີ້ນຳບັນດາຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເພີ່ມທະວີການຕິດຕາມ ກວດກາສະຖານທີ່ຈຳກັດບໍລິເວນ ທີ່ຕິດພັນກັບການປະຕິບັດມາດຕະການ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ຖ້າຜູ້ໃດລະເມີດ ແມ່ນໃຫ້ຄະນະສະເພາະກິດແຕ່ລະຂັ້ນ ປະຕິບັດມາດຕະການຕາມກົດໝາຍ, ລະບຽບການ ແລະ ມາດຕະການ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

13. ໃຫ້ຄະນະສະເພາະກິດສົມທົບກັບພາກສ່ວນກ່ຽວຂ້ອງ ແລະປະເທດໃກ້ຄຽງຄົ້ນຄວ້າມາດຕະການປ້ອງກັນການຕິດເຊື້ອຈາກການນຳເຂົ້າອາຫານທະເລ ແລະ ອາຫານແຊ່ແຂງ.

14. ໃຫ້ຄະນະສະເພາະກິດ ສືບຕໍ່ປະສານກັບປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕິດຕາມການຄົ້ນຄວ້າວັກຊິນປ້ອງກັນພະຍາດ Covid-19 ທີ່ປະຈຸບັນ ຍັງຢູ່ໃນໄລຍະທົດລອງ ພ້ອມທັງຈັດຫາ ແລະ ໃຫ້ໄດ້ມານຳໃຊ້ໃນປະເທດເຮົາ ເພີ່ມຂຶ້ນ ໂດຍສະເພາະ ນຳໃຊ້ວັກຊິນດັ່ງກ່າວ ມາບໍລິການໃຫ້ປະຊາຊົນ ຢ່າງທົ່ວເຖິງ.

ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ19 ຊີ້ໃຫ້ເຫັນຕື່ມວ່າ: ບັນດາມາດຕະການຜ່ອນໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການ ລະບາດພະຍາດໂຄວິດ19 ມີຜົນສັກສິດນັບແຕ່ວັນທີ 01 ກຸມພາ ຫາ ວັນທີ 31 ມີນາ 2021. ໃນພາກປະຕິບັດຕົວຈິງ ຈະໄດ້ມີການປະເມີນ, ທົບທວນ ແລະ ດັດປັບໃຫ້ເໝາະສົມຕື່ມ, ກໍລະນີມີການປ່ຽນ ແປງລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

ສະນັ້ນຈີ່ງຮຽກຮ້ອງໃຫ້ພົນລະເມືອງລາວທຸກຄົນ ພ້ອມດ້ວຍຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ຊາວຕ່າງປະເທດ ທີ່ດຳລົງຊີວິດ ແລະທຳມາຫາກິນ ຢູ່ລາວ ທຸກຖ້ວນໜ້າ ຈົ່ງເຊີດຊູນ້ຳໃຈ ເປັນເຈົ້າຂອງປະເທດຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວກັນ ສືບຕໍ່ຕັ້ງໜ້າເຂົ້າຮ່ວມປະຕິບັດບັນດາມາດຕະການ, ນິຕິກໍາທີ່ວາງອອກ ເພື່ອເຮັດໃຫ້ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ19 ໃນປະເທດເຮົາໃຫ້ໄດ້ຮັບຜົນດີ.

Leave a Reply

Your email address will not be published. Required fields are marked *