ໃນວັນທີ 2/2/2021 ພະແນກ ຖວທ ແຂວງຈຳປາສັກ ມີແຈ້ງການຍົກລະດັບມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການລະບາດຂອງພະຍາດ ໂ ຄ ວິ ດ ຂອງແຂວງຈຳປາສັກໃນໄລຍະທີ່ມີປະກົດການ ຕິດເຊື້ອຈາກແຮງງານທີ່ເຂົ້າມາຈາກຕ່າງປະເທດ

ໃຫ້ສືບຕໍ່ ປິດຮ້ານບັນເທິງ, ຮ້ານຄາລະໂອເກະ ແລະ ຮ້ານເກມທຸກປະເພດ; ບໍ່ອະນຸຍາດໃຫ້ຈັດງານຄອນເສີດ,ງານລາຕີສະໂມສອນ ແລະງານສະຫລອງບຸນປະເພນີ ໂດຍໃຫ້ຈັດຕາມຮີດຄອງແບບກະທັນຮັດ ບໍ່ເປັນງານໃຫ່ຍ ແລະປະຕິບັດຕາມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ສ່ວນງານດອງກໍໃຫ້ຈັດແບບກະທັດຮັດ ແລະ ປະຢັດມັດທະຍັດ ຕາມຮີດຄອງປະເພນີອັນດີງາມ

.

ຜູ້ໂຜສ: ດາວພະຈັນ ໄຊຍະວົງ