ຊາຍສັນຊາດຫວຽດນາມ ຊື່ທ້າວ ໝັ້ນ ອາຍຸ 30 ປີ ແລະ ທ້າວ ເລີຍ ອາຍຸ 26 ປີ ທັງ 2 ຄົນ ມາເຮັດວຽກເປັນກໍາມະກອນກໍ່ສ້າງຢູ່ ສປປ ລາວ, ໂດຍໄດ້ມີການພົວພັນກັບ ຢ າ ບ້ າ ຈຶ່ງຖືກເຈົ້າ ໜ້າທີ່ ປກສ ຈັບຕົວຂໍ້ຫາມີ ຢ າ ບ້ າ ໄວ້ໃນຄອບ ຄອງເພື່ອ ເ ສ ບ .ຈາກນັ້ນ, ເຈົ້າໜ້າທີ່ໄດ້ສົ່ງສໍານວນຄະດີສົ່ງໃຫ້ໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ສັ່ ງຟ້ ອ ງສານຕັດສິນຕາມກົດໝາຍ, ໃນວັນທີ 20 ມັງກອນ ທີ່ຜ່ານມາ.
ອົງການໄອຍະການ ຖະແຫຼງໃນຫ້ອງປະຊຸມສານວ່າ: ທ້າວ ໝັ້ນ ແລະ ທ້າວ ເລີຍ ທັງ 2 ຄົນຢູ່ບ້ານເທີກເທັງເຮີຍ ສສ ຫວຽດນາມ ໄດ້ເດີນທາງເຂົ້າ ສປປ ລາວ ໃນປີ 2017, ເພື່ອມາເຮັດວຽກເປັນກໍາມະກອນກໍ່ສ້າງ ຢູ່ນະຄອນຫຼວງວຽງຈັນ ໂດຍຈະກັບຫວຽດນາມ ໃນທຸກໆ 5-6 ເດືອນຕໍ່ຄັ້ງ ເພື່ອໄປຕໍ່ເອກະສານ, ໂດຍທ້າວ ໝັ້ນ ໄດ້ມາພັກເຊົ່າຢູ່ບ້ານດົງໂດກ, ສ່ວນ ທ້າວ ເລີຍ ພັກເຊົາຢູ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ມາຮອດປີ 2019, ພວກກ່ຽວ ໄດ້ເລີ່ມເ ສ ບ ຢ າ ບ້ າ ໂດຍຊື້ນໍາໄວລຸ້ນ ຢູ່ຕາມຮ້ານເກມເຂດບ້ານດົງ ໂດກ ແລະ ບ້ານຊ້າງຄູ້, ຊື້ຄັ້ງລະ 3-20 ເມັດ ເພື່ອມາໄວ້ ເ ສ ບ. ມາຮອດວັນທີ 22 ເມສາ 2020, ທັງ ສອງໄດ້ອອກໄປມ້ຽນເຄື່ອງຢູ່ຮ້ານສ້ອມແປງລົດໃຫຍ່ ຢູ່ເຂດບ້ານສີວິໄລ ເມືອງໄຊທານີ, ແລ້ວພວກຈໍາເລີຍ ໄດ້ພາກັນອອກເງິນກັນ ແລະ ຢືມລົດຈັກໄປຊື້ ຢ າ ບ້ າ ມາໄວ້ເ ສ ບ ຈໍານວນ 17 ເມັດ. ຫຼັງຈາກນັ້ນ, ກໍກັບມາຮ້ານສ້ອມແປງລົດ ກໍຖືກເຈົ້າໜ້າທີ່ກັກຕົວ ພ້ອມ ຢ າ ບ້ າ ຈໍານວນດັ່ງກ່າວ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ປະກອບໃນສໍານວນຄະ ດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າມີຫຼັກຖານຮັດກຸມໜັກແໜ້ນ ແລະ ພຽງ ພໍ.ຈາກການກະທໍ າຜິ ດ ຂອງພວກຈໍ າເ ລີຍ ເປັນການກະທໍ າຜິ ດ ທາງອາຍາໃນຂໍ້ຫາການມີ ຢ າ ບ້ າ ໄວ້ໃນຄອບຄອງເພື່ອເ ສ ບ, ເຊິ່ງແຕະຕ້ອງຕໍ່ເສດຖະກິດຂອງຊາດ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ຕາມປະມວນກົດໝາຍອາຍາ 320 ວັກ 3.
ດ້ວຍເຫດນີ້, ອົງການໄອຍະການປະຊາຊົນນະ ຄອນຫຼວງວຽງຈັນ ຈຶ່ງຖະແຫຼງ ສັ່ງ ຟ້ ອ ງ ທ້ າ ວ ໝັ້ນ ແລະ ທ້າວ ເລີຍ ຕໍ່ຄະນະສານອາຍາ ສານປະຊາ ຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ເພື່ອພິຈະລາລະນາຕັດສິ ນ ລົງ ໂ ທດ ຕ າມ ກົດ ໝ າຍ, ພາຍຫຼັງໄດ້ຮັບຟັງການຖະແຫຼງ ສິ້ ນ ສຸ ດ ລົ ງ, ຄະນະສານ ຈຶ່ງຕັດສິນ ລົ ງ ໂ ທ ດຈໍາເລີຍທັງ 2 ຄົນ ຜູ້ລະ 2 ປີ ພ້ອມປັບໃໝ ຄົນລະ 10.000.0000 ກີບ.