ໂຄງການໄຟຟ້າພະລັງງານລົມຂະໜາດ 600 ເມກາວັດ ແຫ່ງທຳອິດຂອງ ສປປ ລາວ ທີ່ ແຂວງອັດຕະປື ຄາດຈະເລີ່ມຜະລິດ ແລະ ສົ່ງຂາຍພາຍໃນປີ 2023

ทุ่งกังหันลมเขาค้อ เพชรบูรณ์ : รายละเอียดสถานที่ : Longdo Map
ພາບປະກອບ

ທ້າຍເດືອນທີ່ຜ່ານມານີ້, ແຂວງອັດຕະປື ໄດ້ຈັດກອງປະຊຸມລາຍງານກ່ຽວກັບຄວາມຄືບໜ້າໂຄງການພະລັງງານລົມ ຂຶ້ນທີ່ຫ້ອງວ່າການປົກຄອງ ແຂວງອັດຕະປື. ໂດຍການເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີການນຳຂອງແຂວງ, ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ

กว่า 3 ปี ที่ใช้กล้องฟิล์ม - Pantip
ພາບປະກອບ

ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າການພັດທະນາໂຄງການດ້ານພະລັງງານມອນຊຸນວິນລາວ,ເຊິ່ງເປັນໂຄງການພະລັງງານລົມ. ໂຄງການດັ່ງກ່າວ, ຕັ້ງຢູ່ເຂດເຊື່ອມຕໍ່ລະຫວ່າງ ເມືອງຊານໄຊ ແຂວງອັດຕະປື ກັບ ເມືອງດາກຈຶງ ແຂວງເຊກອງ ມີກຳລັງຕິດຕັ້ງທັງໝົດ 600 ເມກາວັດ ມູນຄ່າຄາດຄະເນຂອງໂຄງການແມ່ນ 900 ລ້ານໂດລາສະຫະລັດ. ປະຈຸບັນ, ໂຄງການດັ່ງກ່າວຖືວ່າແມ່ນໂຄງການພະລັງງານລົມແຫ່ງທຳອິດຂອງ ສປປລາວ ແລະ ໃຫຍ່ທີ່ສຸດຂອງອາຊຽນ, ຕາມແຜນພັດທະນາຂອງໂຄງການແມ່ນຈະເລີ່ມຜະລິດ ແລະ ສົ່ງໄຟຟ້າຂາຍໃຫ້ ສສ ຫວຽດນາມ ພາຍໃນປີ 2023

พัฒนาการที่สำคัญของบริษัท | DEMCO
ພາບປະກອບ

ຂໍ້ມູນ: Attapeu Media

Leave a Reply

Your email address will not be published. Required fields are marked *