ຕອນເຊົ້າວັນທີ 29 ມັງກອນ 2021ຜ່ານມານີ້ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດພ້ອມຄະນະພະແນກສາທາລະນະສຸກແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ກອງບັນຊາການປກຊ-ປກສ, ຫ້ອງວ່າການປົກຄອງແຂວງ ໄດ້ໄປຢ້ຽມຢາມການຜະລິດລະດູແລ້ງຂອງເມືອງສອງຄອນ ເຊິ່ງໄດ້ໄປທີ່ໂຄງການຊົນລະປະທານດົງສະຫວ່າງ.

ທ່ານ ທະວີສຸກ ໂພທິຈັກ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງສອງຄອນ ລາຍງານວ່າ: ສະເພາະໂຄງການຊົນລະປະທານດົງສະຫວ່າງ ແມ່ນທົດລອງປູກເຂົ້ານາແຊງເປັນປີທຳອິດໃນປີ 2021ນີ້ ມີແຜນປູກເຂົ້າໃຫ້ໄດ້ 600 ເຮັກຕາ ກວມເອົາເນື້ອທີ່ນາຂອງປະຊາຊົນ 3 ບ້ານຄື: ບ້ານວິໄຊສົງ, ດົງສະຫວ່າງ ແລະ ບ້ານສອງຄອນ, ມາຮອດປະຈຸບັນປະຊາຊົນສາມາດປັກດຳໄດ້ຕົວຈິງລື່ນຄາດໝາຍ ສ່ວນຫຼາຍແມ່ນນາຫວ່ານ ແລະ ນາຢອດ. ເວົ້າລວມໃນທົ່ວເມືອງສອງຄອນມີແຜນປັກດຳນາແຊງໃຫ້ໄດ້ 3.740 ເຮັກຕາ, ມາຮອດປະຈຸບັນປະຊາຊົນປັກດຳໄດ້ເກືອບ 100% ໃນນັ້ນສ່ວນຫຼາຍແມ່ນນາຫວ່ານ ກວມ 70% ແລະ 30%ແມ່ນການປັກດຳ, ເຂດທີ່ປູກເຂົ້ານາແຊງຫຼາຍກ່ອນໝູ່ແມ່ນໂຄງການຊົນລະປະທານດົງະຫວ່າງໜຶ່ງ, ດົງສະຫວ່າງສອງ, ສອງຄອນ, ທ່າຂາມລຽນ, ໜອງເດີ່ນ. ແຜນການປູກພືດລະດູແລ້ງ 2.800ເຮັກຕາ

ມາຮອດປະຈຸບັນປະຕິບັດໄດ້ 2.150 ເຮັກຕາ ເທົ່າ 77%ຂອງແຜນການ, ພືດທີ່ປູກຫຼາຍກ່າໝູ່ແມ່ນໝາກໂມ, ມັນຕົ້ນ, ສາລີ, ຄາມ, ໝາກແຕງ, ມັນດ້າງ, ຖົ່ວ ແລະ ພືດຜັກຕ່າງໆ.ໃນເວລາຕໍ່ມາ ທ່ານເຈົ້າແຂວງສະຫວັນະເຂດພ້ອມຄະນະ ກໍ່ໄດ້ໄປຢ້ຽມຢາມສູນກັກກັນແຮງງານລາວທີ່ມາຈາກປະເທດໄທໃນເຂດເມືອງສອງຄອນ ເຊິ່ງປະຈຸບັນແມ່ນມີ 1 ສູນ ຄືສູນໂຮງຮຽນທິດສະດີການເມືອງ-ການປົກຄອງຫ້ວຍສາງເຂົ້າ ເມືອງສອງຄອນ. ຕາມການລາຍງານຂອງທ່ານ ລຳຄູນ ວໍລະວົງ ເຈົ້າເມືອງສອງຄອນ ໃຫ້ຮູ້ວ່າ: ປະຈຸບັນມີຜູ້ກັກກັນທັງໝົດ 19 ຄົນ ຍິງ 7 ຄົນ ເປັນຄົນແຂວງສາລະວັນ 1 ຄົນ ເຊິ່ງເຂົ້າມາຫຼ້າສຸດໃນວັນທີ 28 ມັງກອນ 2021 ມີ 1 ຄົນ. ສ່ວນຫຼາຍແມ່ນລັກລອບເຂົ້າມາຕາມຊາຍແດນແມ່ນ້ຳຂອງ ເຂົ້າມາເຂດທ່າປະຊຸມ, ດອນຫວາຍ ແລະ ບ້ານໜອງບົວທ່າ ເຊິ່ງເຈົ້າໜ້າທີ່ໄດ້ເກັບກຳຂໍ້ມູນລະອຽດ ແລະ ນຳສົ່ງສູນກັກກັນຂອງເມືອງ ທັງນີ້ກໍເພື່ອເປັນການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃໝ່ ຫຼື ໂຄວິດ 19 ທີ່ກໍາລັງແຜ່ລະບາດໃນທົ່ວໂລກ ສະເພາະກໍ່ແມ່ນປະເທດເພື່ອນບ້ານຂອງພວກເຮົາ.

ໂອກາດລົງຢ້ຽມຢາມແຮງງານລາວທີ່ສູນກັກກັນຄັ້ງນີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ເນັ້ນໃຫ້ອຳນາດການປົກຄອງເມືອງ,ບ້ານ ຕ້ອງໄດ້ເອົາໃຈໃສ່ໃນການເຝົ້າລະວັງຢ່າງເຂັ້ມງວດນອກຈາກການເຮັດໜ້າທີ່ປ້ອງກັນຢູ່ສູນແລ້ວ ຕ້ອງໄດ້ຖືເອົາວຽກງານປ້ອງກັນຄວາມປອດໄພຢູ່ທາງບ້ານຕື່ມອີກ ຢ້ານມີຜູ້ສວຍໂອກາດກໍ່ເຫດຂີ້ລັກງັດແງະ,ກໍ່ຄວາມບໍ່ສະຫງົບສຸກພາຍໃນບ້ານ. ພ້ອມນີ້ ທ່ານເຈົ້າແຂວງຍັງໄດ້ແນະນຳໃຫ້ທຸກຄົນຕ້ອງໄດ້ເອົາໃຈໃສ່ປ້ອງກັນຕົນເອງໃນຊ່ວງໄລຍະທີ່ເກີດການລະບາດຂອງເຊື້ອພະຍາດໂຄວິດ-19 ເພາະເຮົາບໍ່ສາມາດຮູ້ໄດ້ວ່າພະຍາດດັ່ງກ່າວຈະເກີດຂຶ້ນຢູ່ຈຸດໃດແດ່

ສະນັ້ນພວກເຮົາຕ້ອງຖືເອົາວຽກງານປ້ອງກັນເປັນບັນຫາສຳຄັນ ໂດຍການໃສ່ຜ້າອັດປາກ,ໝັ່ນອະນາໄມມືເປັນປະຈຳ.ຕໍ່ແຮງງານທີ່ກັບມາກໍ່ຕ້ອງມີລະບຽບການ ໃນຕໍ່ໜ້າຕ້ອງໄປລາມາຄອບ ບໍ່ລັກລອບຜິດກົດໝາຍ ປະຕິບັດຕາມການນຳພັກ-ລັດວາງອອກ ເພື່ອຄວາມປອດໄພຂອງປະເທດຊາດ ແລະ ໝົດທຸກຄົນ. ການນຳກໍ່ຕ້ອງເປັນເຈົ້າການຕໍ່ການປະຕິບັດຕາມແຈ້ງການເພີ່ມເຕີມ ຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ 19 ທີ່ຕິດພັນກັບການຂົນສົ່ງສິນຄ້າເຂົ້າ-ອອກຜ່ານດ່ານສາກົນທາງບົກທີ່ແຂວງສະຫວັນະເຂດ ແລະຂໍ້ຕົກລົງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງນຳໃຊ້ເຮືອປະເພດຕ່າງໆຕາມລຳແມ່ນ້ຳຂອງ ໃຫ້ອອກ 6ໂມງເຊົ້າ ແລະ ເຂົ້າ6ໂມງແລງ ສະເພາະກໍ່ແມ່ນເຈົ້າໜ້າທີ່ຕາມບໍລິເວນຊາຍແດນຕ້ອງເຂັ້ມງວດຂຶ້ນຕື່ມ.
