ທ້າຍເດືອນມັງກອນນີ້ ທີ່ສາງບ້ານໂພນສະອາດ ຂອງພະແນກແຮງງານສະຫວັດດີການສັງຄົມ ແຂວງຫຼວງພະບາງ ໄດ້ມີພິທີ ມອບ-ຮັບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຜູ້ທຸກຍາກ ແລະດ້ອຍໂອກາດທີ່ປະສົບໄພໜາວຢູ່ແຂວງຫຼວງພະບາງ ແລະໄຊຍະບູລີ ຂຶ້ນ. ໂດຍການໃຫ້ກຽດມອບຂອງທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ, ຮັບເອົາໂດຍທ່ານ ສຸລິສັກ ພົມມາລີ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງຫຼວງພະບາງ, ມີຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງໄຊຍະບູລີ, ຫົວໜ້າກົມ, ຮອງກົມສັງຄົມສົງເຄາະຕະຫຼອດຮອດພະນັກງານຈາກພະແນກແຮງງານ ແລະສະຫວັດດີການສັງ ຄົມສອງແຂວງເຂົ້າຮ່ວມເປັນສັກຂີພີຍານ.

Image may contain: 21 people, people standing

ເຄື່ອງດັ່ງກ່າວແມ່ນໄດ້ຮັບມາຈາກກະຊວງແຮງງານ ແລະສະຫວັດດີການສັງຄົມ ຈຳນວນ 190 ແກ໊ດ ມູນຄ່າ 285 ລ້ານກີບ, ໃນນັ້ນມອບໃຫ້ແຂວງໄຊຍະບູລີ 70 ແກ໊ດ ມູນຄ່າ 105 ລ້ານກີບ, ເຄື່ອງດັ່ງກ່າວປະກອບມີ ເສື້ອກັນໜາວ, ໂສ້ງ, ເກີບ ແລະອື່ນໆ.ຜ່ານມາແຂວງຫຼວງພະບາງກໍ່ໄດ້ຮັບເຄື່ອງຈາກກະຊວງແຮງງານ ແລະສະຫວັດດີການສັງ ຄົມເປັນຕົ້ນແມ່ນເກືອ 25 ກິໂລ, ຜ້າຫົ່ມນ້ອຍ, 51 ຜືນ, ເສື່ອປູນອນຜືນນ້ອຍ 51 ຜືນ, ມຸ້ງ 51 ດາງ, ໝອນນ້ອຍ 97 ໜ່ວຍ, ເຫຼັກຕາປູ 170 ກິໂລ. ໄດ້ຮັບຖັງນໍ້າ 97 ໜ່ວຍ, ເຕັ້ນລັດເຊຍ 5 ດາງ, ເຕັ້ນຈີນ 15 ດາງ ແລະເຕັ້ນຍີ່ປຸ່ນ 2 ດາງ.

Image may contain: 1 person

ເຄື່ອງທີ່ໄດ້ມາແມ່ນໄດ້ນຳໄປຊ່ວຍເຫຼືອ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດເຊັ່ນ: ໄພແຫ້ງແລ້ງ, ນໍ້າຖ້ວມ, ຕັກແຕນທຳລາຍຜົນລະບຸກ, ດິນເຊາະເຈື່ອນ, ນໍ້າໄຫຼສຸ, ລົມພະຍຸພັດ, ໄຟໄໝ້ ແລະອື່ນໆ. ເປັນຕົ້ນແມ່ນໄດ້ຊ່ວຍເຫຼືອ ຄົນບ້າເສຍຈິດ, ເຖົ້າແກ່ອານາປ່ຽວພອຍ, ຄົນເປັນພະຍາດຫຼວງ, ເດັກນ້ອຍຝາແຝດ, ເດັກກຳພ້າ, ຈຳນວນ 7 ເມືອງ 19 ບ້ານ, ຊ່ວຍເຫຼືອຄອບຄົວທີ່ຖືກພະຍຸພັດ, ໄຟໄໝ້ ຢູ່ 3 ເມືອງ 1 ນະຄອນ, ຊ່ວຍເຫຼືອເຂົ້າກິນໃຫ້ຄອບຄົວທີ່ຖືກຜົນກະທົບຈາກໄພແຫ້ງແລ້ງ, ສັດຕູພຶດທຳລາຍຜົນລະປູກ, ນໍ້າຖ້ວມ 11 ເມືອງ 1 ນະຄອນ ຈຳນວນ 238 ໂຕ່ນ, ພ້ອມນັ້ນກໍ່ໄດ້ແຈກຢາຍເຄື່ອງນຸ່ງຫົ່ມປະສົມຝີລາ ແລະເຄື່ອງນຸ່ງຫົ່ມປະສົມມືສອງຕື່ມອີກ.

Image may contain: 17 people, people standing

ຂ່າວ: ດາວອນ ມະນີວັນ

Leave a Reply

Your email address will not be published. Required fields are marked *