ໃນວັນທີ 1/2/2021 ເວລາ 20:27 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີອຸບັດຕິເຫດລົດໃຫຍ່ຢຽບຄົນນອນຢູ່ກາງທາງ ຢູ່ບ້ານ ຂົວຫຼວງໃຕ້ ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບເປັນ 1 ຄົນ ເປັນເພດຊາຍ (ບໍ່ຊາບຂໍ້ມູນຂອງຜູ້ເສຍຊີວິດ) ເຊິ່ງມີອາການກະທົບກະດູກຂ້າງຢ່າງຮຸນແຮງ, ໝົດສະຕິ, ບໍ່ຫາຍໃຈ ແລະ ມີບາດແຜຕາມຕົນຕົວ.

ດັ່ງນັ້ນ, ພວກເຮົາຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວຮີບນຳສົ່ງໂຮງໝໍມະໂຫສົດໂດຍດ່ວນ ແຕ່ກໍເສຍຊີວິດໃນເວລາຕໍ່ມາ. ທາງໜ່ວຍກູ້ໄພນະຄອນຫຼວງ ຂໍສະແດງຄວາມເສຍໃຈມາຍັງເຫດການໃນຄັ້ງນີ້ດ້ວຍ.

ກົດເບິ່ງຮູບຜູ່ເສຍຊີວິດ

  • ອຸປະຕິເຫດສຸກເສີນໂທ : 🚑 1624 🚑
  • ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
  • – ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
  • – ອຸປະກອນການແພດຕ່າງໆ
  • ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
  • ຕິດຕໍ່ສອບຖາມ:020 2244 1624

Leave a Reply

Your email address will not be published. Required fields are marked *