ພາຍຫຼັງຂ່າວການພົບ ຊາກສົບ ພໍ່ຕູ້ພວງ ໃນບ່າຍວັນທີ 1 ກຸມພາ 2021. ໂດຍ ໃນວັນທີ 31/01/2021 ມີປະຊາຊົນບ້ານຊຽງແລທ່າແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດວ່າ ໄດ້ເຂົ້າໄປຫາກິນໃນປ່າແລ້ວພົບຊົບຄົນເສຍຊີວິດ, ຊຶ່ງຄາດວ່າຈະເປັນພໍ່ຕູ້ພວງທີ່ສູນຫາຍແຕ່ວັນທີ 02/10/2020.
ດັ່ງນັ້ນຕອນເຊົ້າຂອງມື້ຕໍ່ມາ ເຈົ້າໜ້າທີ່ຈຶ່ງໄດ້ໄປກວດສອບເບິ່ງສະຖານທີ່ຕົວຈິງ, ຈຶ່ງຢືນຢັນວ່າເປັນຮ່າງກາຍເສຍຊີວິດຂອງພໍ່ຕູ້ພວງແທ້.
ເຊິ່ງຈຸດທີ່ພົບເຫັນຊາກສົບຂອງພໍ່ຕູ້ພວງແມ່ນຢູ່ນອກເຂດສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປາ ອອກໄປທາງທິດໃຕ້ ປະມານ 6 ກິໂລແມັດ.

ຫຼ້າສຸດ, ທາງຄອບຄົວພໍ່ຕູ້ພວງໄດ້ໂພດໃຫ້ຮູ້ອີກວ່າ : “ແຈ້ງຂ່າວເຖີງຍາດຕີພີ່ນ້ອງເດີ, ພໍ່ຕູ້ພວງເສຍຊີວິດແລ້ວເຫັນສົບເພີ່ນຢູ່ເທີງພູທີ່ກຳລັງທະຫານເຮົາເຄີຍຊອກຢູ່ບ່ອນນີ້ຕັ້ງຫລາຍຄັ້ງຫລາຍຫົນ, ຫລາຍລົບຫລາຍຕ່າວແຕ່ກະບໍ່ພົບເຫັນເພີ່ນ, ສົບເພີ່ນເຫັນຢູ່ໃກ້ໆປາຍສາຍສິນທີ່ສູດເພີ່ນໃຫ້ນຳສາຍສິນກັບເຮືອນກັບຊານໃນຕອນນັ້ນ 😭😭😭”

ພ້ອມດຽວກັນນີ້, ຕອນແລງມື້ນີ້ 1/2/2021 ພຣະອາຈານດວງຕາ ໄດ້ແຈ້ງໃຫ້ຮູ້ວ່າ: “ອາຈານ ພ້ອມ ການຈັດຕັ້ງ ແລະລູກຫລານພໍ່ຕູ້ ກຳລັງຈະເດີນທາງຢ່າງຂື້ນພູ ຈາກຈຸດທີ່ພໍ່ຕູ້ສູນຫາຍ ຫ່າງກັນ 6-7 ກມ ໄປ-ກັບ 7 ຊົ່ວໂມງ, ຈະຂຶ້ນໄປເທິງພູໄປຮັບ ຮ່າງທີ່ໄຮ້ວີນຍານ(ສົບ) ຂອງພໍ່ຕູ້ພວງ

ຂໍໃຫ້ການເດີນທາງໃນຄັ້ງນີ້ຈົ່ງຕະຫລອດປອດໄພສາທຸ…ຂໍໃຫ້ດວງວີນຍານຂອງພໍ່ຕູ້ພວງ ສຸວັນນະວົງ ຈົ່ງໄປສູ່ສຸຂະຕິສະຫວັນເທີ້ນ.”

.

.

ຂ່າວກ່ອນໜ້ານີ້

ຈາກກໍລະນີທີ່ ພໍ່ຕູ້ພວງ ອາຍຸ 95 ປີ ຫຼົງປ່າ ທີ່ແຫຼາງທ່ຽວ ນ້ຳປ່ຽນຢໍລະປາ ນະຄອນຫຼວງວຽງຈັນ ຕອນ 2 ໂມງແລງຂອງວັນທີ 3/10/2020 ທີ່ຜ່ານມາ.

ຮອດມື້ນີ້ 1 ກຸມພາ 2021 ເກືອບຮອດ 4 ເດືອນ. ຜູ່ເປັນຫຼານ ຊື່ Nick Metallick Dokkhaithong ໄດ້ຖືກແຈ້ງຜ່ານເຟສບຸກສ່ວນຕົວວ່າ ຕອນນີ້ໄດ້ພົບເຫັນ ສົບພໍ່ຕູ້ແລ້ວ.

ຂໍ້ມູນຈາກ Nam Pien Yolapa ໃຫ້ຮູ້ຄວາມຄືບໜ້າການສູນຫາຍຂອງພໍ່ຕູ້ພວງ ອາຍຸ 95 ປີ ໂດຍ ໃນວັນທີ 31/01/2021 ມີປະຊາຊົນບ້ານຊຽງແລທ່າແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດວ່າ ໄດ້ເຂົ້າໄປຫາກິນໃນປ່າແລ້ວພົບຊົບຄົນເສຍຊີວິດ ຊຶ່ງຄາດວ່າຈະເປັນພໍ່ຕູ້ພວງທີ່ສູນຫາຍແຕ່ວັນທີ 02/10/2020,
ດັ່ງນັ້ນຕອນເຊົ້າຂອງມື້ຕໍ່ມາ ເຈົ້າໜ້າທີ່ຈຶ່ງໃດ້ໄປກວດສອບເບິ່ງສະຖານທີ່ຕົວຈິງ ຈຶ່ງຢືນຢັນວ່າເປັນຮ່າງກາຍເສຍຊີວິດຂອງພໍ່ຕູ້ພວງແທ້,

ເຊິ່ງຈຸດທີ່ພົບເຫັນຊົບຂອງພໍ່ຕູ້ພວງແມ່ນຢູ່ນອກເຂດສະຖານທີ່ທ່ອງທ່ຽວນໍ້າປຽນ ອອກໄປທາງທິດໃຕ້ ປະມານ 6 ກິໂລແມັດ.
ສ່ວນສາຍເຫດການເສຍຊີວິດແມ່ນທາງເຈົ້າໜ້າທີ່ຈະມີການຖະແຫຼງຂ່າວເປັນທາງການ.
ສະແດງຄວາມເສຍໃຈນໍາຄອບຄົວພໍ່ຕູ້. ແລະ ຂໍໃຫ້ສູ່ພູມພົບທີ່ດີ.

ສ່ວນລາຍລະອຽດເພີ່ມເຕີມ ທາງຄອບຄົວຈະແຈ້ງໃຫ້ຮູ້ຕື່ມພາຍຫຼັງ.
