ຈາກກໍລະນີທີ່ ພໍ່ຕູ້ພວງ ອາຍຸ 95 ປີ ຫຼົງປ່າ ທີ່ແຫຼາງທ່ຽວ ນ້ຳປ່ຽນຢໍລະປາ ນະຄອນຫຼວງວຽງຈັນ ຕອນ 2 ໂມງແລງຂອງວັນທີ 3/10/2020 ທີ່ຜ່ານມາ.

ຮອດມື້ນີ້ 1 ກຸມພາ 2021 ເກືອບຮອດ 4 ເດືອນ. ຜູ່ເປັນຫຼານ ຊື່ Nick Metallick Dokkhaithong ໄດ້ຖືກແຈ້ງຜ່ານເຟສບຸກສ່ວນຕົວວ່າ ຕອນນີ້ໄດ້ພົບເຫັນ ສົບພໍ່ຕູ້ແລ້ວ.

ຂໍ້ມູນຈາກ Nam Pien Yolapa ໃຫ້ຮູ້ຄວາມຄືບໜ້າການສູນຫາຍຂອງພໍ່ຕູ້ພວງ ອາຍຸ 95 ປີ ໂດຍ ໃນວັນທີ 31/01/2021 ມີປະຊາຊົນບ້ານຊຽງແລທ່າແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດວ່າ ໄດ້ເຂົ້າໄປຫາກິນໃນປ່າແລ້ວພົບຊົບຄົນເສຍຊີວິດ ຊຶ່ງຄາດວ່າຈະເປັນພໍ່ຕູ້ພວງທີ່ສູນຫາຍແຕ່ວັນທີ 02/10/2020,
ດັ່ງນັ້ນຕອນເຊົ້າຂອງມື້ຕໍ່ມາ ເຈົ້າໜ້າທີ່ຈຶ່ງໃດ້ໄປກວດສອບເບິ່ງສະຖານທີ່ຕົວຈິງ ຈຶ່ງຢືນຢັນວ່າເປັນຮ່າງກາຍເສຍຊີວິດຂອງພໍ່ຕູ້ພວງແທ້,

ເຊິ່ງຈຸດທີ່ພົບເຫັນຊົບຂອງພໍ່ຕູ້ພວງແມ່ນຢູ່ນອກເຂດສະຖານທີ່ທ່ອງທ່ຽວນໍ້າປຽນ ອອກໄປທາງທິດໃຕ້ ປະມານ 6 ກິໂລແມັດ.
ສ່ວນສາຍເຫດການເສຍຊີວິດແມ່ນທາງເຈົ້າໜ້າທີ່ຈະມີການຖະແຫຼງຂ່າວເປັນທາງການ.
ສະແດງຄວາມເສຍໃຈນໍາຄອບຄົວພໍ່ຕູ້. ແລະ ຂໍໃຫ້ສູ່ພູມພົບທີ່ດີ.

ສ່ວນລາຍລະອຽດເພີ່ມເຕີມ ທາງຄອບຄົວຈະແຈ້ງໃຫ້ຮູ້ຕື່ມພາຍຫຼັງ.
