ໃນວັນທີ 28 ມັງກອນ 2021 ນີ້, ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ໄດ້ ຈັດພິທີມອບ-ຮັບ ແລະ ເປີດການນຳໃຊ້ໄຟຟ້າ ໃຫ້ແກ່ປະຊາຊົນບ້ານໄຊດອນໂຂງ ຄຸ້ມຫ້ວຍຂົມ ເມືອງສະໜາມໄຊ ແຂວງອັດຕະປື ຈຳນວນ 27 ຄອບຄົວ.

Image may contain: 7 people, people sitting, people on stage, hat and outdoor

ໂດຍເປັນກຽດເຂົ້າຮວ່ມຂອງທ່ານ ສົມໄຊ ສຸລິຍະວົງ ຮອງເຈົ້າເມືອງສະຫນາມໄຊ, ມີ ທ່ານ ສົມຫວັງ ສີລາເພັດ ຮອງຫົວຫນ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ທ່ານ ເດດສຸວັນ ມະໄລທອງ ຫົວຫນ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ພ້ອມດ້ວຍຄະນະສາຂາ, ພະນັກງານ, ວິຊາການໄຟຟ້າລາວ ຕະຫລອດຮອດອຳນາດການປົກຄອງບ້ານເຂົ້າຮ່ວມ.

Image may contain: one or more people, sky and outdoor

ທ່ານ ເດດສຸວັນ ມະໄລທອງ ໃຫ້ຮູ້ວ່າ: ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ໄດ້ເລີ່ມຕິດຕັ້ງເສົາ ແລະ ຕາຂ່າຍໄຟຟ້າໃນວັນທີ 13 ຫາ ວັນທີ 22 ມັງກອນ 2021, ພ້ອມທັງຕິດຕັ້ງຕາຂ່າຍແຮງຕໍ່າ 0,4 ກິໂລວັດ ແລະ ຕິດຕັ້ງໝໍ້ແປງ 1 ໜ່ວຍ ລວມເປັນມູນຄ່າທັງໜົດ 250 ລ້ານກວ່າກີບຊຶ່ງໄດ້ສຳເລັດໃນເວລາ 10 ວັນ. ທົ່ວບ້ານໄຊດອນໂຂງ ຄຸ້ມຫ້ວຍຂົມ ມີ 39 ຫັລງຄາເຮືອນ, ມີ 49 ຄອບຄົວ, ມີພົນລະເມືອງ 203 ຄົນ, ຍິງ 92 ຄົນ.

Image may contain: tree, sky, plant, outdoor and nature

ຂ່າວ:ນາງ ສຸກວິໄລ ນັກຂ່າວໄຟ້າແຂວງອັດຕະປື

Leave a Reply

Your email address will not be published. Required fields are marked *