ກອງບັນຊາການ ປກສ ເມືອງນອງ ແຂວງສະຫວັນນະເຂດ ໄດ້ຈັດພິທີເກັບກູ້ ແລະ ທ້ອນໂຮມ ອ າ ວຸ ດ ທີ່ບໍ່ຖືກຕ້ອງຈຳນວນຫຼາຍຮ້ອຍກະບອກ ຂຶ້ນໃນອາທິດແລ້ວນີ້, ທີ່ກອງບັນຊາການ ປກສ ເມືອງດັ່ງກ່າວ.

ພິທີດັ່ງກ່າວຈັດຂຶ້ນເພື່ອປະຕິບັດຕາມຄຳສັ່ງຂອງທ່ານເຈົ້າເມືອງໆນອງ ສະບັບເລກທີ 369/ຈມ.ມນ, ລົງວັນທີ 14 ກັນຍາ 2020 ກ່ຽວກັບການເກັບກູ້ ອ າ ວຸ ດເສິກ-ອ າ ວຸ ດລ່າເນື້ອ, ທາດແຕກ, ທາດລ ະເ ບີ ດ ແລະ ອຸປະກອນອື່ນໆ ທີ່ພົວພັນເຖິງຄວາມສະຫງົບໃນທ້ອງຖິ່ນ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ທັງເປັນການແກ້ໄຂບັນຫາທຳລາຍສັດນ້ຳ-ສັດປ່າ ແລະ ການຕັດໄມ້ທຳລາຍປ່າ. ດັ່ງນັ້ນ, ທາງກອງບັນຊາການ ປກສ ເມືອງນອງ ຈຶ່ງໄດ້ເອົາໃຈໃສ່ໃນການຕິດຕາມກວດກາ ແລະ ຢຶດ ອ າ ວຸ ດ ລ່າເນື້ອ, ທາດແຕກ, ທາດ ລ ະ ເ ບີ ດ ແລະ ເຄືອງຊ໊ອດປາຈາກຜູ້ລະ ເ ມີ ດ ຕໍ່ລະບຽບກົດໝາຍ.

ແກັບ 307 ກະບອກ ແລະ ໝໍ້ໄຟຊ໊ອດປາ. ອາວຸດຈຳນວນດັ່ງກ່າວ, ແມ່ນຈະໄດ້ສົ່ງຕໍ່ໃຫ້ກອງບັນຊາການ ປກສ ແຂວງສະຫວັນນະເຂດ ເພື່ອຈັດພິທີທຳລາຍຖິ້ມໃນຂັ້ນຕໍ່ໄປ.

(ຂ່າວ-ພາບ: ຈາກແຂວງສະຫວັນນະເຂດ)