ອຸບັດຕິເຫດລົດໃຫຍບັນທຸກຕຳກັບລົດຮຸ່ນໃດເຈັບ 1 ເສຍຊີວິດ 1.

ແຂວງ ສະຫວັນນະເຂດ ວັນທີ 30/01/2021 ເວລາ 13:30 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ຈຸດ ເມືອງອຸທຸມພອນ ເຊໂນ ໄດ້ຮັບແຈ້ງອຸບັດຕະເຫດລົດໃຫ່ຍບັນທຸກຕຳກັບລົດຮຸ່ນໃດຍ່າງແຮງທີ່ ເຂດເສັ້ນທາງຖະໜົນເລກ 9 ຂອບເຂດ ບ້ານຈະເລີນສຸກ ເມືອອຸທຸມພອນ ແຂວງ ສະຫວັນນະເຂດ.

ພາຍໃນຈຸດເກີດເຫດໄດ້ມີຜູ້ບາດເຈັບສາຫັດ01ຄົນ ເປັນເພດຊາຍ ແລະ ເສຍຊີວິດ 01 ຄົນ (ຜູ່ຂັບ ປະຊາຊົນບ້ານພີນໃຕ້) ເສຍຊີວິດຢູ່ໂຮງໝໍ.

.

.

.

.

.

ອາສາກູ້ໄພໄດ້ໃຫ້ການຊ່ວຍເຫຼືອປະຖົມພະຍາບານຂັ້ນຕົ້ນ ຜູ້ບາດເຈັບແລ້ວນຳສົ່ງໂຮງຫມໍທະຫານ109 ສ່ວນລາຍລະອຽດສຳເນົາຄະດີການເກີດອຸບັດຕິເຫດ ທາງເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງກຳລັງສືບສວນສອບສວນຕໍ່ໄປ

ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ແລະ ເປັນອຸທາຫອນສອນໃຈໃຫ້ທຸກທ່ານໃນການນຳໃຊ້ລົດໃຊ້ຖະໜົນໃຫ້ມີຄວາມລະມັດລະວັງກັນຕື່ມ.

ອຸບັດຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສີນ ໂທສາຍດ່ວນ (041) 1629 , ໂທຟຮີທຸກເຄື່ອຂ່າຍ. ສາຍຕົງ : 020 28285454 ຮັບໃຊ້ຕະຫຼອດ 24 ຊົ່ວໂມງ.
ໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue 1629
