ວັນທີ່ 26 ມັງກອນ 2021 ສະຖານທູດລາວ ປະຈຳຫວຽດນາມ ໄດ້ອອກ ແຈ້ງການ ໂຈະການອະນຸມັດເດີນທາງ ແກ່ນັກສຶກສາລາວ ທີ່ຈະກັບຄືນ ສປປ ລາວ ໃນໄລຍະພັກປີໃຫ່ມຫວຽດນາມ.
ເພື່ອປະຕິບັດຕາມມາດຕະການປ້ອງກັນ ໂຄວິດ-19 ແລະ ເນື່ອງຈາກ ລະບຽບການເຂົ້າອອກ ປະເທດທີ່ ເຄັ່ງຄັດ. ທາງສະຖານີທູດຈິ່ງໂຈະການອະນຸມັດການເດີນທາງໄລຍະບຸນປີໃໝ່ຫວຽດນາມ.
ແຕ່ຈະພິຈາລະນາອານຸຍາດກໍລະນີ
- 1. ນັກສຶກສາທີ່ຈົບການສຶກສາສົມບູນແລ້ວ
- 2. ນັກສຶກສາທີ່ຈະກັບໄປເກັບກໍາຂໍ້ມູນເພື່ອຂຽນບົດວິທະຍານິພົນ
- 3. ນັກສຶກສາທີ່ມີຄວາມຈາເປັນເລັ່ງດ່ວນເຊັ່ນ: ບັນຫາສຸຂະພາບ, ບັນຫາທາງຄອບຄົວ.

ຂໍໃຫ້ທຸກຄົນຫ້າມກັບຄືນເຂົ້າມາລາວຊ່ວງປີໃຫມ່ຫວຽດ ເພາະອາດຈະນໍາເຊື້ອມາແຜ່ໃຫ້ພໍ່ແມ່ພີ່ນ້ອງ