ອົງການໄອຍະການປະຊາຊົນນະຄອນຫຼວງວຽງ ຈັນ ເປັນໂຈດຟ້ອງ 2 ຈຳ ເ ລີ ຍ ໃນ ຂໍ້ ຖື ກ ຫ າ ຄ້ າ ຂ າ ຍ ຢ າ ນ ະ ລົ ກ ແລະ ມີ ຢ າ ນ ະ ລົ ກ ໄວ້ໃນຄອບຄອງເພື່ອສືບຕໍ່ຄະນະສານອາຍາ ສານປະຊາຊົນນະຄອນ ຫຼວງວຽງຈັນ ເພື່ອພິຈາລະນາລົງໂທດຕາມກົດ ໝາຍ. ຫຼັງຈາກຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີຕາມກົດໝາຍ.
ຫົວໜ້າອົງການໄອຍະການປະຊາຊົນນະຄອນ ຫຼວງວຽງຈັນ ໃນນາມລັດຕາງໜ້າໃຫ້ປະຊາຊົນຊາວຜູ້ອອກແຮງງານບັນດາເຜົ່າ ຖະແຫຼງໄຈ້ແຍກການກະ ທຳ ຜິ ດຕົວຈິງຂອງພວກຈຳເລີຍ ຕໍ່ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໃນວັນທີ 20 ມັງກອນ 2021ວ່າ: ທ້າວ ຫິບ ອາຍຸ 26 ປີ ຢູ່ບ້ານທ່າດອກຄຳ ( ຈຳເລີຍ 1 ) ຖືກດຳເນີນຄະດີ ໃນຂໍ້ຖືກຫາວ່າການຄ້າຂາຍຢາ ນ ະ ລົ ກ ແລະ ທ້າວ ຊ່ວຍ ອາຍຸ 19 ປີ ຢູ່ບ້ານນາແຖ ( ຈຳເລີຍ 2) ໃນຂໍ້ຖືກຫາວ່າ ການມີຢາເສບຕິດໄວ້ໃນຄອບຄອງ ເພື່ອເ ສ ບຢ າ ນ ະ ລົ ກ ທັງ 2 ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ຖືກເຈົ້າ ໜ້າທີ່ກັກຕົວໃນວັນທີ 20 ທັນວາ 2019.

ທ້າວ ຫິບ ເລີ່ມເສບຢາບ້າແຕ່ປີ 2010 ເປັນຕົ້ນມາ, ໂດຍຊື້ຈາກຜູ້ຂາຍຢູ່ໃນບ້ານທ່າດອກຄຳ ຈຳ ນວນຫຼາຍຄັ້ງບໍ່ສາມາດຈື່ໄດ້, ຊື້ຄັ້ງລະ 2 ເ ມັ ດ ເອົາໄປເ ສ ບຢູ່ປ່າແຄມທາງ. ມາຮອດເດືອນພະຈິກ 2019, ທ້າວ ຫິບ ໄດ້ຊື້ຢາບ້ານຳ ທ້າວ ບີ້ ອາຍຸປະມານ 40 ປີ ຢູ່ບ້ານທ່າດອກຄຳ ມາເ ສ ບຫຼາຍຄັ້ງໆລະ 2 ເ ມັ ດ; ຕໍ່ມາໃນວັນທີ 20 ທັນວາ 2019 ທ້າວ ບີ້ ໄດ້ບອກໃຫ້ຜູ້ກ່ຽວໄປສົ່ງ ຢ າ ນ ະ ລົ ກໃຫ້ ທ້າວ ຊ່ວຍ ຢູ່ບ້ານນາແຖ ຈຳນວນ 17 ເ ມັ ດ ໂດຍໃຫ້ໄປສົ່ງຢູ່ທ່າເຮືອທ່າດິນແດງ ໄດ້ຄ່າຈ້າງເປັນ ຢ າ ນ ະ ລົ ກ ຈຳ ນວນ 1 ເ ມັ ດ. ຈາກນັ້ນ, ກໍໄດ້ເອົາ ຢ າ ນ ະ ລົ ກຈຳນວນດັ່ງກ່າວໄປສົ່ງໃຫ້ທ້າວ ຊ່ວຍ ແລ້ວກໍກັບມາເຮືອນ ແລະ ເອົາຢາບ້າທີ່ໄດ້ຈາກ ຄ່າຕອບແທນການໄປສົ່ງຢ າ ນ ະ ລົ ກນັ້ນ, ມ າ ເ ສ ບຄົນດຽວ ກ່ອນຖືກເຈົ້າ ໜ້ າທີ່ກັກຕົວ ບໍ່ມີຂອງກາງໃນວັນດຽວກັນ.
ທ້າວ ຊ່ວຍ ເລີ່ມເ ສ ບຢ າ ນ ະ ລົ ກແຕ່ປີ 2016 ເປັນຕົ້ນມາ, ຢາບ້າທີ່ຊື້ມາເ ສ ບແມ່ນຊື້ນຳ ທ້າວ ບີ້ ຢູ່ບ້ານທ່າດອກຄຳ ຈຳນວນຫຼາຍຄັ້ງບໍ່ສາມາດຈື່ໄດ້ ຊື້ຄັ້ງລະ 2-3 ເ ມັ ດ ເມື່ອໄດ້ຢາບ້າກໍເອົາ ມາເສບຄົນດຽວໝົດ. ມາຮອດວັນທີ 20 ທັນວາ 2019 ເວລາປະມານ11:00 ໂມງ ທ້າວ ຊ່ວຍ ໄດ້ສັ່ງຊື້ຢ າ ນ ະ ລົນຳ ທ້າວ ບີ້ ຈຳນວນ 17 ເ ມັ ດ ໂດຍແມ່ນ ທ້າວ ຫິບ ເປັນຄົນເອົາມາສົ່ງໃຫ້ຢູ່ທ່າເຮືອທ່າດິນແດງ ເມື່ອໄດ້ຢາບ້າມາ, ຜູ້ກ່ຽວກໍເກັບຮັກສາໄວ້ ແຕ່ຍັງບໍ່ທັນໄດ້ ເ ສ ບ ກໍຖືກເຈົ້າໜ້າທີ່ກັກຈັ ບ ຕົ ວພ້ອມຂອງກາງ ຈຳນວນ 17 ເ ມັ ດ.
ຈາກການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນ ສຳນວນຄະດີຢ່າງພາ ວະວິໄສແລ້ວ ເຫັນວ່າ ມີຫຼັກຖານຮັດກຸມໜັກແໜ້ນ ແລະ ພຽງພໍຕໍ່ການຢັ້ງຢືນວ່າການກະທຳຂອງ ຈຳ ເ ລີ ຍ 1 ເປັນການກະທຳຜິດທາງອາຍາໃນຂໍ້ຖືກຫາການຄ້າຂ າ ຍຢ າ ນ ະ ລົ ກ ແລະ ຈຳ ເລີຍ 2 ເປັນການກະ ທຳ ຜິ ດ ທາງອາຍາໃນຂໍ້ຖືກຫາການມີ ຢ າ ນ ະ ລົ ກ ໄວ້ໃນຄອບຄອງ ເພື່ອ ເ ສ ບ.
ດ້ວຍເຫດນັ້ນ ຄະນະສານອາຍາສານປະຊາຊົນ ຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ພິຈາລະນາຕັ ດ ສິ ນ ລົ ງ ໂ ທ ດ ຈຳ ເ ລີ ຍ 1 ຈຳ ຄຸ ກ 5 ປີ ປັ ບ ໃ ໝ 10 ລ້ານກີບ ຕາມປະມວນກົດໝາຍອາຍາ ມ າ ດ ຕ າ 315 ວັກ 1 ແລະ ຕັດສິນລົງໂທດ ຈຳເລີຍ 2 ຈຳຄຸກ 2 ປີ ປັບໃໝ 10 ລ້ານກີບ ຕາມປະມວນກົດ ໝາຍອາຍາ ມາດຕາ 320 ວັກ 3. ສ່ວນເປົ້າໝາຍທີ່ພວກຈຳເລີຍຊັ ດ ທ ອ ດ ຫ າ ຊື່ ທ້າວ ບີ້ ປັດຈຸບັນຍັງຢູ່ໃນຂັ້ນຕອນການຕິດຕາມຈັ ບ ຕົວຂອງເຈົ້າ ໜ້າທີ່.