ໃນວັນທີ 30 ມັງກອນ 2021 ເວລາ 06:30ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຜ່ານເບີ 023 1625ວ່າມີລົດຈັກຕໍາກັບລົດຈັກ ຢູ່ທີ່ບ້ານໂພນຄຳ ເມືອງແກ້ວອຸດົມ ແຂວງວຽງຈັນ.

ເມື່ອໜ່ວຍກູ້ຊີບໄປຮອດສະຖານທີ່ເກີດເຫດພົບເຫັນຜູ່ບາດເຈັບ 02 ຄົນ,ເປັນເພດຊາຍທັງຫມົດ ອາການເບື້ອງຕົ້ນ:

  • -ຜູ່ທີ່1: ອາຍຸ 19 ປີ, ຢູ່ບ້ານສະຫວັນ, ເມືອງຊົນບູລີ, ແຂວງສະຫວັນນະເຂດ, ມີບາດແຜຖະຫລອກຕາມຕົນໂຕແລະບາດແຜແຕກທີ່ຫນ້າຜາກເລັກນ້ອຍ
  • -ຜູ່ທີ່2: ບ້ານຫາດຈັນ, ເມືອງງອຍ, ແຂວງຫລວງພະບາງ , ມີບາດແຜແຕກທີ່ຫົວ, ຄາງກະໃຕຫັກ, ຊີບພະຈອນຢຸດເຕັ່ນ, ດັ່ງນັ້ນ,ຫນ່ວຍຊີບຈື່ງໄດ້ເຮັດ CPR ແຕ່ບໍ່ມີການຕອບສະຫນອງໃດໃດ ( ເສຍຊີວິດຄາທີ່ )

ດັ່ງນັ້ນ,ຫນ່ວຍກູ້ຊີບອົງການກາແດງແຂວງວຽງຈັນຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນ ແລ້ວນຳສົ່ງໄປທີ່ໂຮງໝໍ ແຂວງວຽງຈັນ.

ອຸບັດຕິເຫດ&ເຈັບ-ປວ່ຍສຸກເສີນໂທແຈ້ງ: ☎️023 1625 ; 0304555114 ☎️ ຕະຫລອດ24ຊົ່ວໂມງ. 🚑🚑 ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດບໍລິຈາກປະເພດເຂົ້າສານ, ອາຫານການກິນ, ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 023 1625 🚑🚑.

Leave a Reply

Your email address will not be published. Required fields are marked *