ຈາກກໍລະນີ ຈັບມື ປຶ ນ ປຸ້ ນ ຈີ້ ເອົາເງິນຄຳຂອງປະຊາຊົນໄດ້ແລ້ວ ຍ້ອນຕິດ ເ ກ ມ ພ ະ ນັ ນ ອອນລາຍ ແມ່ນ ທ້າວ ສີລະສອນ ຫຼື ອາກົງ ທີ່ເຄີຍຖືກ ຈັ ບ ເຂົ້າ ຄຸ ກ ໃນປີ 2020 ຜ່ານມາ.

ປະຫວັດການກໍ່ເຫດກ່ອນໜ້ານີ້ມີຄື:

ພັທ ບຸນມີ ແກ້ວພົມມາ ຫົວໜ້າພະແນກຕຳຫຼວດ ປ ກ ສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຕໍ່ນັກຂ່າວ ປ ກ ສ ນວ ໃນວັນທີ 14 ມັງກອນ 2020 ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງຄວາມ ໃນວັນທີ 20 ທັນວາ 2019 ວ່າ ມີເຫດການປຸ້ນຊັບຢູ່ຮ້ານ ເ ກ ມ ພາຍໃນເມືອງໄຊທານີ ນະຄອນ ຫຼວງວຽງຈັນ ເກີດຂຶ້ນຢ່າງຕໍ່ເນື່ອງ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະລົງກວດກາເກັບກຳຂໍ້ມູນ ເພື່ອກຳນົດ ແລະ ຄັດຈ້ອນເປົ້າໝາຍ ໂດຍໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກຄະນະພັກ-ຄະນະບັນຊາ ປ ກ ສ ນະຄອນຫຼວງວຽຈັນ ແລະ ປກສ ເມືອງໄຊທານີ; ເຊິ່ງໃຊ້ເວລາ 19 ວັນ ຈຶ່ງຮູ້ວ່າ: ຜູ້ກໍ່ເຫດຊື່ທ້າວ ສີລະສອນ (ອາກົງ) ອາຍຸ 22 ປີ, ຢູ່ບ້ານວັງຊ້ວຍ ເມືອງ ແລະ ແຂວງໄຊຍະບູລີ ; ເຊິ່ງເປັນນັກສຶກສາປີ 4 ຢູ່ສະຖາບັນແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ, ທີ່ພັກເຊົາຢູ່ຫ້ອງເຊົ່າບ້ານໜອງວຽງຄຳ ເມືອງໄຊທານີ.

ຕົກມາຮອດວັນທີ 09 ມັງກອນ 2020, ເວລາ 17:00 ໂມງ ເຈົ້າໜ້າທີ່ ປ ກ ສ ເມືອງໄຊທານີ ກໍໄດ້ເຂົ້າກັບຕົວຜູ້ກ່ຽວໃນຫ້ອງເຊົ່າ ພ້ອມຂອງກາງລົດຈັກ 2 ຄັນ ແລະ ເງິນ 50.000 ບາດ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ກໍສືບຕໍ່ເກັບກູ້ຂອງກາງຢູ່ເສັ້ນທາງບ້ານໜອງວຽງຄຳລວມມີໜວກກັນກະທົບ 2 ໜ່ວຍ ມາສືບສວນຂະຫຍາຍຜົນ.

ທ້າວ ສີລະສອນ ຫຼື ອາກົງ ໄດ້ໃຫ້ການຮັບ ສ າ ລ ະ
ພ າ ບ ວ່າ: ໃນປີ 2016, ຜູ້ກ່ຽວໄດ້ລົງມາຮຽນຢູ່ສະຖາບັນແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ. ມາຮອດປີ 2018, ກໍໄດ້ຕິດຫຼິ້ນ ເ ກ ມ ພ ະ ນັ ນ ອອນລາຍຢ່າງແຮງ ແລະ ເສຍເງິນເປັນຈຳນວນຫຼວງ ຫຼາຍ; ທັງມີໜີ້ສິນຈຳນວນໜຶ່ງ ຈຶ່ງເຮັດໃຫ້ຜູ້ກ່ຽວມີແນວຄວາມຄິດຢາກໄດ້ເງິນຄືນຈາກຮ້ານເກມເຫຼົ່ານັ້ນ, ຈຶ່ງໄດ້ວາງແຜນຊອກຫາທຸກວິທີທາງ ເພື່ອຈະເອົາເງິນຄືນ ໂດຍເບື້ອງຕົ້ນໄດ້ໄປຊື້ ປື ນ ປ ອ ມ ມາດັດແປງ.

ວັນທີ 20 ທັນວາ 2019, ຈຶ່ງໄດ້ລົງມືກໍ່ເຫດ ປຸ້ ນ ຮ້ານເກມຢູ່ເຂດບ້ານດົງໂດກ ແລະ ຫຼາຍຮ້ານໃນເມືອງໄຊທານີລວມມີ 10 ຮ້ານ ແລະ ເມືອງສີສັດຕະນາກ 1 ຮ້ານ (ຮ້ານແລກປ່ຽນເງິນຕາ) ໄດ້ເງິນທັງໝົດ 50.000.000 ກີບ, ເງິນບາດ 30.0000 ບາດ; ເຊິ່ງແຕ່ລະຄັ້ງທີ່ລົງມືກໍ່ເຫດແມ່ນໄດ້ໃສ່ຊຸດສີດຳ, ໜວກກັນກະທົບສີດຳ ແລະ ມີຖົງສີດຳ ພ້ອມ ປື ນ ປ ອ ມ ສີຂາວ 1 ກະບອກ.

ເມື່ອໄດ້ເງິນມາແລ້ວຕົນເອງກໍໄປຊື້ລົດຈັກ 2 ຄັນຄື: ລົດຈັກຍີ່ຫໍ້ YAMAHA R 15 ສີດຳ ແລະ ລົດຈັກຍີ່ຫໍ້ Z 800 ແລ້ວເອົາໄປຫຼິ້ນ ເ ກ ມ ພ ະ ນັ ນ ອອນລາຍ ແລະ ຮັກສາໄວ້ຈຳນວນໜື່ງ, ສ່ວນ ປື ນ ທີ່ໃຊ້ໃນການກໍ່ເຫດຕົນໄດ້ນຳໄປຖິ້ມລົງໜອງນ້ຳເຂດບ້ານໜອງວຽງຄຳ ຍ້ອນຕົນເອງໄດ້ສັ່ງຊື້ ປື ນ ແທ້ ເພື່ອນຳໃຊ້ເຂົ້າໃນການກໍ່ເຫດຄັ້ງຕໍ່ໄປ.

.

.

.

.

.

ສ່ວນການຫໍ່ເຫດ ໃນໄລຍະປີ 2021 ນີ້ ເຈົ້າໜ້າທີ່ແມ່ນກໍາລັງສືບສວນ ແລະ ຈະແຈ້ງໃຫ້ຮູ້ຕື່ມພາຍຫຼັງ.

.

ຄລິບຕອນກໍ່ເຫດ

ຄລິບ 1

ຄລິບ 2

ຄລິບ 3

ຄລິບ 4

Leave a Reply

Your email address will not be published. Required fields are marked *