ເນື່ອງໃນໂອກາດ ທີ່ທ່ານໄດ້ເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມສາທາລະນະສຸກທົ່ວປະເທດຄັ້ງທີ VIII ໃນວັນທີ 29 ມັງກອນ 2021 ທີ່ນະຄອນຫຼວງວຽງຈັນ.

ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍ ແລະ ຂອບອົກຂອບໃຈນຳນັກຮົບເສື້ອ ຂາວທຸກຄົນທີ່ໄດ້ຕັ້ງໜ້າຮັບມືກັບພະຍາດ ໂຄວິດ-19 ຈົນສາມາດຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ໄດ້ ໃນລະດັບທີ່ແນ່ນອນ ເຖິງຈະມີຜູ້ຕິດເຊື້ອ ແຕ່ກໍ່ບໍ່ມີຜູ້ເສຍຊີວິດ, ສາເຫດທີ່ພາໃຫ້ພວກເຮົາຄວບຄຸມໄດ້ກໍຍ້ອນວ່າ ລັດຖະບານສະດຸ້ງໄວຕໍ່ບັນຫາ, ເຫັນບັນຫາແຕ່ຫົວທີ, ໃຊ້ວິທີຕັດໄຟແຕ່ຕົ້ນລົມ ໂດຍໄດ້ອອກຄຳສັ່ງຫຼາຍສະບັບ ເພື່ອສະກັດກັ້ນ,

ນອກຈາກນັ້ນ ການມີສ່ວນຮ່ວມເປັນຈິດໜຶ່ງໃຈດຽວຂອງປະຊາຊົນ, ສະຕິຕື່ນຕົວຂອງປະຊາຊົນ ໂດຍ ພ້ອມກັນປະຕິບັດມະຕິຄຳສັ່ງຢ່າງເຂັ້ມງວດ ສຳຄັນໄປກວ່ານັ້ນແມ່ນ ພະນັກງານແພດໃນທົ່ວປະເທດ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ, ຢ່າງບໍ່ຮູ້ອິດຮູ້ເມື່ອຍ, ເຮັດໂຄສະນາທຸກຮູບແບບລົງຮອດທ້ອງຖິ່ນຮາກຖານ.

ໃນໂອກາດ ທ່ານນາຍຍົກລັດຖະມົນຕີຍັງໄດ້ເນັ້ນໜັກໃຫ້ພວກເຮົາຕ້ອງສືບຕໍ່ມູນເຊື້ອແພດປະຕິດວັດ ຮັບໃຊ້ປະຊາຊົນດ້ວຍ ຈັນຍາບັນ, ຈັນຍາທຳ ຖືວ່າເປັນແພດຂອງປະຊາຊົນ, ດ້ານວຽກງານວິຊາສະເພາະກໍໃຫ້ຜັນຂະຫຍາຍມະຕິຂອງ ກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກມາເປັນໂຄງການ, ເປັນແຜນງານ ແລະ ສາມາດຈັດຕັ້ງປະຕິບັດໄດ້ ທັ້ງນີ້ກໍເພື່ອເຮັດໜ້າທີ່ປະກອບສ່ວນໃນການຈັດຕັ້ງປະຕິບັດ SDG ເຊິ່ງຂະແໜງສາທາລະນະສຸກເປັນຜູ້ຮັບຜິດ ຊອບຫຼັກທີ່ຈະເຮັດໃຫ້ການປະຕິບັດ SDG ປະສົບຜົນສຳເລັດ ລວມທັງເປັນການປະກອບສ່ວນເຮັດໃຫ້ປະເທດ ຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາໃນອະນາຄົດ.

Leave a Reply

Your email address will not be published. Required fields are marked *