ໃນວັນທີ 28 ມັງກອນ 2021 ຜ່ານມານີ້ ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ໄດ້ມອບລົດຈັກຄືນເຈົ້າຂອງເດີມ ເຊິ່ງລົດຄັນດັ່ງກ່າວແມ່ນລົດຂອງ ທ່ານ ລັດ ອາຍຸ 45 ປີ ອາຊີບ ກຳມະກອນ ປະຈຸບັນຢູ່ບ້ານ ທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ທີ່ຖືກຄົນບໍ່ດີລັກໄປໃນຄັ້ງວັນທີ 19 ທັນວາ 2020 ຜ່ານມາ ສະນັ້ນວັນທີ 22 ທັນວາ 2020 ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ໄດ້ລົງປະຈຳປ້ອມບ້ານນາກ່ຳ ເມືອງໂພນໂຮງ ແຂວງວຽງຈັນ ເພື່ອກວດກາການສັນຈອນ ໃນນັ້ນໄດ້ກວດລົດໂດຍສານ ຄັນໝາຍເລກທະບຽນ ບຂ 8664 ວຽງຈັນ-ຊຳເໜືອ ເຊິ່ງຂັບຂີ່ໂດຍ ທ້າວ ໂອລົດ ແພງບູລົມ ອາຍຸ 32 ປີ ອາຊີບຂັບລົດ ຢູ່ບ້ານ ໜອງບົວທອງ ເມືອງຊຳ ເໜືອ ແຂວງ ຫົວພັນ ຜ່ານການສອບຖາມຜູ້ກ່ຽວໄດ້ໃຫ້ການວ່າ: ມີຜູ້ຊາຍ (ບໍ່ຊາບຊື່) ໄດ້ຟາກລົດຈັກຂຶ້ນໃສ່ລົດຢູ່ຄິວລົດໂດຍສານສາຍເໜືອ ນະຄອນຫຼວງວຽງຈັນ ຈຸດປະສົງແມ່ນຟາກໄປໃຫ້ພີ່ນ້ອງເອົາລົງຢູ່ຄິວລົດຊຳເໜືອ ແລ້ວຈະມີຄົນມາຮັບເອົາລົດ ສ່ວນເອກະສານລົດແມ່ນບໍ່ມີ ເມື່ອເຫັນແນວນັ້ນເຈົ້າໜ້າທີ່ພວກເຮົາຈຶ່ງຂໍອະນຸຍາດກັກລົດຄັນດັ່ງກ່າວເພື່ອກວດກາຄວາມຖືກຕ້ອງ

Image may contain: 10 people, people standing

ຈາກນັ້ນໄດ້ມີຕຳຫຼວດກອງບັນຊາການ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ສົ່ງບົດບັນທຶກຮັບແຈ້ງຄວາມລົດເສຍ ມາໃຫ້ພະນັກງານຕຳຫຼວດຈະລາຈອນພວກເຮົາກວດກາເບິ່ງ ກົງກັບລົດຈັກທີ່ຖືກກັກຢູ່ ຕົກມາຮອດວັນທີ 4 ມັງກອນ 2021 ໄດ້ມີທ້າວ ລັດ ອາຍຸ 45 ປີ ອາຊີບ ກຳມະກອນ ຢູ່ບ້ານ ທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ນຳບົດບັນທຶກຮັບແຈ້ງຄວາມລົດຈັກເສຍຄັ້ງວັນທີ 19 ທັນວາ 2020 ແລະ ປື້ມທະບຽນລົດມາຢັ້ງຢືນ ຢູ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ທາງເຈົ້າໜ້າທີ່ພວກເຮົາກໍ່ໄດ້ກວດກາເລກຈັກ, ເລກຖັງ ປະຫວັດຂຶ້ນທະບຽນແມ່ນຖືກຕ້ອງ ຍີ່ຫໍ່ຮອນດ່າເວັບ ສີຟ້າ+ດຳ ໝາຍເລກທະບຽນ ດລ1001 ສະນັ້ນມາໃນວັນທີ 28 ມັງກອນ 2021 ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ຈຶ່ງໄດ້ນຳເອົາລົດຈັກຄັນດັ່ງກ່າວມາມອບຄືນໃຫ້ເຈົ້າຂອງເດີມເປັນທີ່ຮຽບຮ້ອຍແລ້ວ.

Image may contain: 3 people, people sitting, table and indoor

ຕາງໜ້າມອບລົດຈັກດັ່ງກ່າວໂດຍແມ່ນ ທ່ານ ພັທ ຈັນທະໜອມ ສີທຳມະວັນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ຕາງໜ້າຮັບໂດຍ ທ່ານ ລັດ ອາຍຸ 45 ປີ ອາຊີບ ກຳມະກອນ ຢູ່ບ້ານ ທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໂດຍຊ່ອງໜ້າພະນັກງານ-ນັກຮົບ ແລະ ເຈົ້າຂອງຊັບເຂົ້າຮ່ວມເປັນສັກຄີພະຍານ ໂອກາດດຽວກັນນີ້ເຈົ້າຂອງຊັບກໍ່ໄດ້ສະແດງຄວາມຂອບອົກຂອບໃຈມາຍັງເຈົ້າໜ້າທີ່ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຈົນສາມາດເກັບກູ້ລົດຈັກຄືນມາ.

Image may contain: 1 person, sitting and indoor

.

Image may contain: 2 people, people sitting and indoor

.

Image may contain: one or more people and motorcycle

ຂ່າວ: ປກສ ແຂວງວຽງຈັນ

Leave a Reply

Your email address will not be published. Required fields are marked *