ວັນທີ່ 21 ກຸມພາ 2021 ແມ່ນວັນເລືອກຕັ້ງ!

ຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ອອກມະຕິ ວ່າດ້ວຍການປະກາດຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ສະບັບເລກທີ 15/ຄລຊ, ລົງວັນທີ 27 ມັງກອນ 2021 ຊຶ່ງທົ່ວປະເທດມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 4.279.243 ຄົນ, ຍິງ 2.128.167 ຄົນ ຊຶ່ງແຕ່ລະເຂດເລືອກຕັ້ງມີດັ່ງນີ້:

  • 1) ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີຈຳນວນ 629.600 ຄົນ ຍິງ 320.224 ຄົນ;
  • 2) ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ມີຈຳນວນ 115.666 ຄົນ ຍິງ 56.889 ຄົນ;
  • 3) ເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ມີຈໍານວນ 118.695 ຄົນ ຍິງ 59.287 ຄົນ;
  • 4) ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ມີຈໍານວນ 213.608 ຄົນ ຍິງ 104.152 ຄົນ;
  • 5) ເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ມີຈໍານວນ 118.099 ຄົນ ຍິງ 53.311ຄົນ;
  • 6) ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ມີຈໍານວນ 283.154 ຄົນ ຍິງ 138.539 ຄົນ;
  • 7) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີຈໍານວນ 278.889 ຄົນ ຍິງ 135.848 ຄົນ;
  • 8) ເຂດເລືອກຕັ້ງທີ 8 ແຂວງຫົວພັນ ມີຈໍານວນ 160.596 ຄົນ ຍິງ 76.513 ຄົນ;
  • 9) ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ມີຈໍານວນ 163.582 ຄົນ ຍິງ 77.576 ຄົນ;
  • 10) ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີຈໍານວນ 283.358 ຄົນ ຍິງ 137.909 ຄົນ;
  • 11) ເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ມີຈໍານວນ 172.672 ຄົນ ຍິງ 83.645 ຄົນ;
  • 12) ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ມີຈໍານວນ 272.459 ຄົນ ຍິງ 140.039 ຄົນ;
  • 13) ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ມີຈໍານວນ 539.822 ຄົນ ຍິງ 279.557 ຄົນ;
  • 14) ເຂດເລືອກຕັ້ງທີ 14 ແຂວງສາລະວັນ ມີຈໍານວນ 223.722 ຄົນ ຍິງ 112.313 ຄົນ;
  • 15) ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ມີຈໍານວນ 480.719 ຄົນ ຍິງ 241.590 ຄົນ;
  • 16) ເຂດເລືອກຕັ້ງທີ 16 ແຂວງເຊກອງ ມີຈໍານວນ 69.784 ຄົນ ຍິງ 35.007 ຄົນ;
  • 17) ເຂດເລືອກຕັ້ງທີ 17 ແຂວງອັດຕະປື ມີຈໍານວນ 94.803 ຄົນ ຍິງ 48.262 ຄົນ;
  • 18) ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມີຈໍານວນ 60.015 ຄົນ ຍິງ 27.506 ຄົນ.

ໃຫ້ຄະນະກໍາມະການເລືອກຕັ້ງແຂວງ, ນະຄອນຫຼວງ ອອກປະກາດແຈ້ງການໃຫ້ຄະນະກໍາມະການ ເລືອກຕັ້ງຂັ້ນເມືອງ ແລະ ບັນດາຫນ່ວຍປ່ອນບັດເລືອກຕັ້ງຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງທົ່ວເຖິງ.

.

Leave a Reply

Your email address will not be published. Required fields are marked *