ວັນທີ 29/01/2021 ເວລາ08:12ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ສາຂາແຂວງວຽງຈັນ ເມືອງວັງວຽງ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກປະທະລົດໃຫ່ຍ

ຈຸດເກີດເຫດແມ່ນ: ບ້ານວຽງສະໄໝ ເມືອງວັງວຽງ ແຂວງວຽງຈັນ ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 2 ຄົນ.

.

1.ເປັນເພດຊາຍ ອາຍຸ 17ປີ ອາຊີບປະຊາຊົນ ບ້ານ ຜາຕັ້ງເມືອງ ວັງວຽງ ແຂວງ ວຽງຈັນ ອາການເບື້ອງຕົ້ນແມ່ນ: ເຈັບບ່າເບື້ອງຊ້າຍ(ມີສະຕິດີ)
2.ເປັນເພດຊາຍ ອາຍຸ 20ປີ ອາຊີບປະຊາຊົນ ບ້ານ ຜາຕັ້ງເມືອງ ວັງວຽງ ແຂວງ ວຽງຈັນ ອາການເບື້ອງຕົ້ນແມ່ນ: ເຈັບຫຼັງ(ມີສະຕິດີ)

.

.

ດັ່ງນັ້ນໜ່ວຍກູ້ໄພມູນນິທິຈຶ່ງໄດ້ທຳການປະຖົມພາຍາບານຂັ້ນເບື້ອງຕົ້ນໃຫ້ຄົນເຈັບແລ້ວນຳສົ່ງໄປໂຮງຫມໍເມືອງວັງວຽງ
ເຈັບປ່ວຍສຸກເສີນແຈ້ງທີ່ເບີ1623 ຫຼື 0305551623 ຕະຫຼອດ24ຊົ່ວໂມງ