ທ້າວ ແສງເດືອນ ຖືກເຈົ້າໜ້າທີ່ ຈັ ບ ຕົ ວມາດຳ ເນີນຄະດີ ພາຍຫຼັງກໍ່ເຫດລັກຊັບພົນລະເມືອງຫຼາຍຄັ້ງ ແລະ ຍັງເຄີຍຖືກສານຕັດສິນມາແລ້ວ 1 ຄັ້ງ ໃນສະຖານລັກຊັບພົນລະເມືອງ, ແຕ່ຍັງບໍ່ເຂັດຫຼາບ ຍັງໄປເຄື່ອນໄຫວລັກຄືເກົ່າ.
ຄະດີດັ່ງກ່າວນີ້ ມີຢູ່ວ່າ: ໃນວັນທີ 10 ທັນວາ ທີ່ຜ່ານມາ ເຈົ້າໜ້າທີ່ ປກສ ນະຄອນປາກເຊ ແຂວງຈຳປາສັກ ໄດ້ຮັບແຈ້ງຄວາມຈາກ ນາງ ແກ້ວ ອາຍຸ 45 ປີ ອາຊີບຄ້າຂາຍ ຢູ່ບ້ານໂນນສະຫວັນ ເມືອງໂພນທອງ ແຂວງຈຳປາສັກ ວ່າ ມີຄົນມາລັກເອົາລົດຈັກທີ່ຈອດໄວ້ຢູ່ບ່ອນຂາຍຜັກ ທີ່ຕະຫຼາດດາວເຮືອງ ນະຄອນປາກເຊ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ມີການປະສານສົມທົບກັບພາກ ສ່ວນທີ່ກ່ຽວ ຂ້ອງ ລົງເຄື່ອນໄຫວຕິດຕາມເປົ້າໝາຍ. ມາຮອດວັນທີ 14 ທັນວາ ກໍສາມາດ ກັ ກ ຕົ ວ ທ້າວ ແສງເດືອນ ຫຼື ຍາວ ອາຍຸ 28 ປີ ຢູ່ບ້ານໂນນດູ່ ເມືອງໂພນທອງ ແຂວງຈຳປາສັກ ມາດຳເນີນຄະດີ.

ທ້າວ ແສງເດືອນ ສາລະພາບວ່າ: ໃນວັນ 9 ທັນ ວາ 2020, ໄດ້ຂີ່ລົດໂດຍສານ ຈາກບ້ານໂນນດູ່ ໄປຕະຫຼາດດາວເຮືອງ ເພື່ອຊອກ ຫ າ ລັ ກ ຊັ ບ. ພໍໄປຮອດຕະຫຼາດ ໄດ້ສັງເກດເຫັນລົດຈັກຮອນດາ ເວບ 100 ຈອດໄວ້ ແລະ ມີກຸນແຈ ສຽບຄາໄວ້ ຈຶ່ງເຂົ້າໄປຕິດຈັກລົດ ແລ້ວຂັບຂີ່ໜີອອກມາ. ນອກ ຈາກນີ້, ຍັງໄດ້ລັກໂທລະສັບມືຖື ຈຳນວນ 5 ເຄື່ອງ ຢູ່ເຂດບ້ານອຸສຸ ແລະ ບ້ານຄັນແຍງ ເມືອງໂພນທອງ; ມາວັນທີ 13 ທັນວາ 2020, ເວລາປະມານ 23:00 ໂມງ ໄດ້ລັກຊັບ ເອົາໂທລະສັບ 1 ເຄື່ອງ ແລະ ໂມງໃສ່ແຂນ 1 ໜ່ວຍ. ຈົນຮອດວັນທີ 14 ທັນວາ 2020, ກໍຖືກເຈົ້າໜ້າທີ່ ປກສ ກັກຕົວມາດຳເນີນຄະດີ; ສຳລັບເຄື່ອງທີ່ລັກມານັ້ນ ໄດ້ເອົາໄປຂາຍ ແລ້ວນຳເງິນໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ.
ເຈົ້າໜ້າທີ່ເປີດເຜີຍວ່າ: ໃນປີ 2016, ທ້າວ ແສງເດືອນ ຫຼື ຍາວ ໄດ້ຖືກເຈົ້າ ໜ້າທີ່ກັກຕົວດຳເນີນຄະດີ ແລະ ຖືກສານຕັດສິນລົງໂທດ ຈຳຄຸກ 4 ປີໃນຂໍ້ຫາລັກຊັບພົນລະເມືອງ, ຮອດປີ 2020 ໄດ້ ພົ້ ນ ໂ ທ ດ ແລ້ວອອກມາຢູ່ນໍາຄອບຄົວທີ່ບ້ານໂນນດູ່ ເມືອງໂພນທອງ.ຈາກນັ້ນ, ແລ້ວໄດ້ເຄື່ອນໄຫວລັກຊັບພົນລະເມືອງອີກ ຈົນມາຮອດມື້ຖືກຈັບຕົວໄປດຳເນີນຄະດີຕາມກົດໝາຍ.