ທ່ານ ວະລາດີມີຣ ກາລີນິນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສ.ຣັດເຊຍ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມພີທີມອບຝາກ ພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາຫະນະເຕັກນິກໄລຍະຍາວ ທີ່ກະຊວງປ້ອງກັນປະເທດແຫ່ງສ.ຣັດເຊຍ ໄດ້ໃຫ້ການຊ່ວຍເຫຼືອກະຊວງປ້ອງກັນປະເທດ ແຫ່ງ ສປປລາວ.

ທ່ານ ວະລາດີມີຣ ກາລີນິນໄດ້ກ່າວວ່າ:
ພວກເຮົາເຊື່ອໝັນວ່າ ການມອບ-ຮັບ ພາຫະນະເຕັກນິກຊ່າງແສງຄັ້ງນີ້ ຈະເປັນການປະກອບສ່ວນອັນສາຄັນ ເຮັດໃຫ້ຄວາມອາດສາມາດດ້ານປ້ອງກັນຊາດ ຂອງກອງທັບປະຊາຊົນລາວເຂັ້ມແຂງຂື້ນ ຊ່ວຍເຮັດ ໃຫ້ການ ປະຕິບັດ ຫນ້າທີ່ປະສົບຜົນສາເລັດ , ລວມທັງແມ່ນການລາດຕະເວນຊາຍແດນ, ສະກັດກັ້ນການເຄື່ອນໄຫວຜິດກົດໝາຍປະເພດຕ່າງໆ, ລວມທັງການຄ້າຂາຍຢາເສບຕິດທີ່ຜິດກົດໝາຍ.

ພາຫະນະເຕັກນິກຊ່າງແສງອທີ່ຖືກໂອນຍ້າຍຍັງຈະຊ່ວຍໃຫ້ຮັບມືກັບວຽກງານດ້ານມະນຸດສະທຳ ແລະ ສັນຕິພາບທີ່ສະຫງົບສຸກ. ໂດຍສະເພາະ, ເຕັກນິກນີ້ສາມາດຖືກນຳໃຊ້ເພື່ອການ ເ ກັ ບ ກູ້ ລ ະ ເ ບີ ດ, ການຮັບມືຜົນສະທ້ອນຂອງໄພພິບັດທາງທຳມະຊາດ ແລະ ການສະໜອງຄວາມຊ່ວຍເຫລືອດ້ານມະນຸດສະທຳໃຫ້ແກ່ປະຊາຊົນໃນເຂດປະສົບໄພ.

ບໍ່ດົນມານີ້, ໄດ້ມີການສະເເດງໃຫ້ເຫັນເຖິງອຸປະກອນທີ່ມີຄຸນນະພາບ ເເລະ ຄວາມໜ້າເຊື່ອຖືສູງ ທີ່ຜະລິດຈາກໂຊວຽດ ແລະ ຣັດເຊຍ ໃນລະຫວ່າງການເຝິກເເອບເນື່ອງໃນໂອກາດວັນຄົບຮອບ 45 ປີ ຂອງ ສປປ ລາວ.

ໃນຕໍ່ໜ້າ, ການຊ່ວຍເຫລືອດ້ານເຕັກນິກການທະຫານ ທີ່ມີໃນຂອບການຮ່ວມມືກັບ ສປປ ລາວ ຈະດຳເນີນຕໍ່ໄປ. ພວກເຮົາຕີລາຄາສູງຕໍ່ການພົວພັນລະຫວ່າງປະເທດຂອງພວກເຮົາໃນຂົງເຂດການທະຫານ ແລະ ເຕັກນິກການທະຫານ;

ພວກເຮົາມີຄວາມເຊື່ອໝັ້ນວ່າ ມັນບໍ່ພຽງແຕ່ປະກອບສ່ວນໃນການເສີມສ້າງອະທິປະໄຕ ແລະ ເພີ່ມທະວີຄວາມສາມາດດ້ານການປ້ອງກັນປະເທດຂອງ ສປປ ລາວ ເທົ່ານັ້ນ, ແຕ່ຍັງເປັນການພັດທະນາສາຍພົວພັນທີ່ໄວ້ເນື້ອເຊື່ອໃຈກັນລະຫວ່າງລັດຂອງພວກເຮົາຕື່ມອີກ.

ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ, ການນຳ ແລະ ເຈົ້າຫນ້າທີ່ທະຫານຂອງກະຊວງປ້ອງກັນປະເທດ ສປປ ລາວ ທີ່ໄດ້ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມຮ່ວມມືດ້ານການທະຫານຣັດເຊຍ – ລາວ, ການພັດທະນາການພົວພັນສອງຝ່າຍຣັດເຊຍ – ລາວ ແລະ ຂໍອວຍພອນໃຫ້ປະຊາຊົນລາວມີສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ.
.

.

.

ມິດຕະພາບທີ່ມີມາແຕ່ດົນນານລະຫວ່າງຣັດເຊຍ ແລະ ລາວ!