ແພດໝໍທີ່ເປັນກຸ່ມສ່ຽງຫລາຍກວ່າ 600 ຄົນໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ19 ຢ່າງເປັນທາງການແລ້ວໃນຕອນເຊົ້າວັນທີ 27 ມັງກອນ 2021, ທີ່ໂຮງໝໍມິດຕະພາບ 150 ຕຽງ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ປະທານຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ19, ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍບັນດາແພດໝໍ ແລະ ພາກສ່ວນກ່ຽວຂ້ອງ.

.

ໂອກາດນີ້ ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ ແຈ້ງໃຫ້ຮູ້ວ່າ: ວັກຊິນ ທີ່ນໍາມາສັກໃຫ້ແພດໝໍໃນມື້ນີ້ແມ່ນວັກຊິນທີ່ໄດ້ຮັບການຊ່ວຍເຫລືອຈາກບໍລິສັດຊີໂນຟາມຂອງຈີນ ຊື່ງວັກຊິນຊະນິດນີ້ໄດ້ຜ່ານການສັກຢູ່ປະເທດຈີນມາແລ້ວ 3 ຮອບ ຈໍານວນ 1 ລ້ານກວ່າຄົນ, ສຳລັບລາວໄດ້ສັກຊະນິດນີ້ໃຫ້ແພດໝໍທີ່ເປັນກຸ່ມສ່ຽງ, ພະນັກງານຜູ້ເຮັດວຽກປະຈຳດ່ານ ແລະ ພະນັກງານຢູ່ສູນຈໍາກັດບໍລິເວນແລ້ວ ຈຳນວນ 298 ຄົນ ໃນນີ້ສັກຄົບທັງໝົດ 2 ເຂັມ 173 ຄົນ, ນໍາໃຊ້ວັກຊິນທັງໝົດ 423 ໂດສ ທັງໝົດບໍ່ມີອາການຜິດປົກກະຕິ ຫລື ພະຍາດແຊກຊ້ອນໃດໆ, ສະນັ້ນ ຈຶ່ງໄດ້ສືບຕໍ່ສັກໃຫ້ຜູ້ທີ່ມີຄວາມສ່ຽງຕື່ມອີກ ເພື່ອໃຫ້ເຂົາເຈົ້າມີພູມຕ້ານທານຕໍ່ພະຍາດໂຄວິດ19, ຄາດວ່າປີ 2021 ນີ້ ລາວເຮົາຈະສັກໃຫ້ໄດ້ປະມານ 1.500.000 ຄົນ, ກວມເອົາ 22% ຂອງປະຊາກອນ ຮອດປີ 2023 ຈະສັກໃຫ້ໄດ້ 70%.

.

ສໍາລັບການສັກວັກຊິນປ້ອງກັນພະຍາດ ໂຄວິດ19 ໃຫ້ແພດໝໍທີ່ມີຄວາມສ່ຽງໃນມື້ນີ້ຈັດເປັນ 2 ຈຸດ ຄື: ໂຮງໝໍມິດຕະພາບ 150 ຕຽງ ແລະ ໂຮງໝໍເສດຖາທິລາດ ຊື່ງນອກຈາກແພດໝໍພາຍໃນ 2 ໂຮງໝໍນີ້ແລ້ວ ຍັງມີແພດໝໍຈາກໂຮງໝໍແມ່ ແລະ ເດັກ, ໂຮງໝໍ 103, ໂຮງໝໍມະໂຫສົດ, ສູນສະໜອງຢາ ແລະ ອຸປະກອນການແພດ ແລະໂຮງໝໍ 5 ເມສາ ເຂົ້າຮ່ວມສັກຈຳນວນທັງໝົດ 600 ກວ່າຄົນ.

.

Cr: Lao National Radio
Photo: ປະເທດລາວ Pathedlao