ຕາມຂ່າວຈາກ ເອເອຟພີ,ເມື່ອບໍ່ດົນມານີ້ ເກີດອຸບັດເຫດ ລົດໂດຍສານ ຂະໜາດ 70 ບ່ອນນັ່ງ ຕຳກັບ ລົດບັນທຸກ ນ້ຳມັນ ເທິງຖະໜົນ ໃນເມືອງ ທາງພາກຕາເວັນຕົກ ຂອງປະເທດ ກາເມີຣູນ

.

.

ເຮັດໃຫ້ມີ ຜູ້ເສຍຊີວິດ 53 ຄົນ ແລະ ບາດເຈັບອີກ 29 ຄົນ ຫລັງຈາກ ເກີດການລະເບີດ ຮຸນແຮງ ແລະ ໄຟໄໝ້ລາມ ເປັນບໍລິເວນກວ້າງ ໃນສະພາບ ອາກາດ ທີ່ມີໝອກ ລົງຫລາຍ ອາດເປັນສາເຫດ ພາໃຫ້ເກີດ ການສູນເສຍ ໃຫຍ່ຄັ້ງນີ້.

.

ຂະນະທີ່ ການສືບສວນ ສອບສວນ ໃນຂັ້ນເບື້ອງຕົ້ນ ພົບວ່າ: ລົດບັນທຸກນ້ຳມັນ ມີບັນຫາ ລະບົບເບກ.

.

.

ຂໍສະແດງຄວາມເສຍໃຈນໍາຄອບຄົວຜູ້ເສຍຊີວິດກັບເຫດການຄັ້ງນີ້ດ້ວຍ
