ເພື່ອເປັນການກຽມຄວາມພ້ອມ ແລະ ຮັບມືການລະບາດຂອງເຊື້ອ ໄ ວ ຣັ ດ ໂ ຄ ວິ ດ ທີ່ອາດຈະກັບມາລະບາດອີກ ຮອບ 2 ທ່າມກາງສະພາບການແຜ່ລະບາດຢູ່ບັນດາປະເທດໃກ້ຄຽງຖືວ່າ ສປປ ລາວ ພວກເຮົາກໍ່ມີຄວາມສ່ຽງສູງເວົ້າລວມ, ເວົ້າສະເພາະກໍ່ຄືແຂວງສະ ຫວັນນະເຂດ ເພາະມີຊາຍແດນຕິດຈອດ ແລະ ມີການຂົນສົ່ງສິນຄ້າເຂົ້າ-ອອກຢູ່ເປັນປະຈຳເພື່ອເປັນການກຽມພ້ອມຮັບມືສະພາບການດັ່ງກ່າວ ສະນັ້ນ, ວັນທີ 22 ມັງກອນ 2021 ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍ ທ່ານ ພົຈ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ແລະ ທ່ານ ພັທ ສີວານ ສີດາວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ II, ມີຄະນະສະເພາະກິດໄດ້ລົງກວດກາການກຽມຄວາມພ້ອມຂອງດ່ານ ສາກົນຂົວມິດຕະພາບ II ສະ ຫວັນນະເຂດ-ມຸກດາຫານ ໂດຍມີພະນັກງານວິຊາການເຂົ້າຮ່ວມ.

ໂອກາດນີ້, ທ່ານ ເຈົ້າແຂວງກໍ່ໄດ້ຮັບຟັງການ ລາຍງານສະພາບລວມການ ປະຕິບັດມະຕິຄຳສັງຕ່າງໆ ຈາກຄະນະຄຸ້ມຄອງດ່ານສາ ກົນທີ່ໄດ້ປະຕິບັດມາເລີ່ມແຕ່ມີແຮງງານລາວກັບຄືນມາ ແຂວງສະຫວັນນະເຂດແຕ່ປີ 2020 ແລະ ຮອດປະຈຸບັນແຮງງານລາວກໍ່ຍັງກັບມາຢູ່ວັນໜຶ່ງ ບໍ່ຕ່ຳກວ່າ 10 ຄົນ ແລະໄດ້ມີການນຳເຂົ້າສູນກັກກັນທີ່ເດີ່ນບານຫຼັກ 4 ທີ່ທາງແຂວງໄດ້ຈັດສັນໄວ້ໃຫ້ຈົນຄົບກຳນົດຈຶ່ງປ່ອຍໃຫ້ກັບບ້ານ, ສ່ວນປະຈຸບັນແມ່ນໄດ້ປະຕິບັດຕາມແຈ້ງການຂອງທ່ານເຈົ້າແຂວງສະຫວັນນະເຂດ ສະບັບ ເລກທີ 0181 ລົງວັນທີ 11 ມັງກອນ 2021 ເລື່ອງການສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ຕາມການແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 1414/ຫສນຍ, ລົງວັນທີ 23 ທັນວາ 2020 ຕິດພັນກັບການ ຂົນສົ່ງສິນຄ້າເຂົ້າ-ອອກຜ່ານດ່ານສາກົນຂົວມິດຕະພາບ II ແລະການຂົນສົ່ງສິນຄ້າໂດຍພາຫະນະທາງນ້ຳ (ເຮືອປະ ເພດຕ່າງໆ) ຕາມລຳແມ່ນ້ຳຂອງ.
ສະນັ້ນ, ເຈົ້າແຂວງສະຫວັນນະເຂດຈຶ່ງໄດ້ເນັ້ນໜັກໃຫ້ຫົວໜ້າດ່ານ, ເຈົ້າໜ້າທີ່ ປກຊ-ປກສ, ຄະນະສະເພາະກິດ, ປກສ ກຸ່ມບ້ານລຽບຕາມແລວຊາຍແດນເອົາໃຈໃສ່ຕິດຕາມສະພາບການຢ່າງເຄັ່ງຄັດຂຶ້ນຕື່ມອີກ, ແຕ່ລະຄົນຕ້ອງມີຄວາມຮັບຜິດຊອບ, ມີສະຕິປ້ອງກັນຮອບດ້ານ, ເພີ່ມທະວີຄວາມເອົາໃຈໃສ່ຕື່ມໃຊ້ມາດຕະການປ້ອງກັນຕໍ່ກັບແຮງງານລາວທີ່ຈະກັບມາຈາກປະ ເທດໄທຕ້ອງໄດ້ນຳເຂົ້າສູນຕິດຕາມຢ່າງໃກ້ຊິດເພາະການເຮັດໜ້າທີ່ສະກັດກັ້ນພະຍາດດັ່ງກ່າວແມ່ນເປັນໜ້າທີ່ຂອງໝົດທຸກຄົນຕ້ອງໄດ້ເຂັ້ມງວດ ແລະ ເປັນເຈົ້າການນຳກັນ.