ເຈົ້າໜ້າທີ່ກອງບັນຊາການ ປ ກ ສ ເມືອງສິງ ແລະ ປ ກ ສ ເມືອງລອງ ແຂວງຫຼວງນໍ້າທາ ປະຕິບັດໜ້າທີ່ໃນກ າ ນ ທໍ າ ລ າ ຍ ສ ວ ນ ຝິ່ ນ ທີ່ປະຊາຊົນ ລັ ກ ລ ອ ບ ປູ ກ ຢູ່ 6 ຈຸດ, ມີເນື້ອທີ່ປະມານ ພ້ອມທັງນໍາເອົາຄອບຄົວທີ່ລັກລອບປູກມາສຶກສາອົບຮົມ ແລະ ສ້າງບົດບັນທຶກເພື່ອບໍ່ໃຫ້ກັບຄືນມາ ປູ ກ ຝິ່ ນ ໃນຄັ້ງຕໍ່ໄປ.


ພັທ ທອງສີ ທໍາມະໂກດ ຮອງຫົວໜ້າກອງບັນຊາການ ປ ກ ສ ເມືອງສິງ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ໃນການສະກັດກັ້ນການ ລັ ກ ລ ອ ບ ປູ ກ ຝິ່ ນ ຢູ່ເມືອງສິງ ແລະ ເມືອງລອງ ທັງ 2 ກອງບັນຊາການໄດ້ປະສານສົມທົບແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນແລະກັນ ໂດຍໄດ້ຕິດຕາມການກວດກາພື້ນທີ່ຫຼໍ່ແຫຼມທີ່ອາດຈະເປັນຈຸດການ ລັ ກ ລ ອ ບ ປູ ກ ຝິ່ ນ ຈົນກວດພົບໄດ້ວ່າ ຈຸດເຊື່ອມຕໍ່ລະຫວ່າງຊາຍແດນເມືອງສິງ ແລະ ເມືອງລອງ ຍັງມີຄອບຄົວປະຊາຊົນຈໍານວນໜຶ່ງ ລັ ກ ລ ອ ບ ປູ ກ ຝິ່ ນ.

ດັ່ງນັ້ນ, ມາໃນເດືອນມັງກອນ 2021; ທັງ 2 ກອງບັນຊາການໄດ້ແຕ່ງຕັ້ງພະນັກງານລົງກໍ່ສ້າງຮາກຖານເກັບກໍາບັນດາແຫຼ່ງຂໍ້ມູນການ ລັ ກ ລ ອ ບ ປູ ກ ຝິ່ ນ ຂອງປະຊາຊົນຈຳນວນ 6 ຄອບຄົວ ຢູ່ເຂດບ້ານສົມປານໃໝ່, ບ້ານສາມສົບ ເມືອງລອງ ແລະ ບ້ານຈ່າເຂືອນ ເມືອງສິງ ແຂວງຫຼວງນ້ຳທາ ທີ່ ລັ ກ ລ ອ ບ ປູ ກ ຝິ່ ນ ຈຳນວນ 6 ຈຸດ ມີເນື້ອທີ່ປະ ມານ 2,5 ເຮັກຕາ ຈຶ່ງໄດ້ນໍາເອົາກໍາລັງທຳລາຍຕົ້ນ ຝິ່ ນ ເພື່ອບໍ່ໃຫ້ເຂົາເຈົ້າສາມາດໄປກີດເອົານໍ້າຢາງຈາກໝ າ ກ ຝິ່ ນ. ພ້ອມດຽວກັນນັ້ນ, ກໍໄດ້ປະສານກັບ ປກສ ກຸ່ມບ້ານ, ກອງກໍ່ສ້າງຮາກຖານ, ຄະນະພັກຮາກຖານຂັ້ນບ້ານ, ອຳນາດການປົກຄອງບ້ານ ເຊີນເອົາບັນດາຫົວໜ້າຄອບຄົວຜູ້ທີ່ລັກລອບ ປູ ກ ຝິ່ ນ ມາສຶກສາອົບຮົມ ພ້ອມສ້າງບົດບັນທຶກກ່າວເຕືອນ ແລະ ລົງລາຍເຊັນໄວ້ເປັນຫຼັກຖານ ບໍ່ໃຫ້ສືບຕໍ່ເຄື່ອນໄຫວ ປູ ກ ຝິ່ ນ ຕື່ມອີກ.

No description available.

Leave a Reply

Your email address will not be published. Required fields are marked *