ໃນວັນທີ 27.01.2021 ເວລາ 19:02 ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີ ອຸບັດຕິເຫດລົດໃຫ່ຍຕຳລົດຈັກແລ້ວໜີ ຢູ່ເສັ້ນທາງ ບ້ານ ຫຼັກແປດ ນະຄອນຫລວງພະບາງ

.

ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບເຫດພົບຜູ້ບາດເຈັບເພດຍິງ03ຄົນ, ເສຍຊີວິດຄາທີ່01ຄົນ

.

ອາການບາດເຈັບເບື້ອງຕົ້ນ:
ຜູ້ທີ່01:ແມ່ນເຈັບບ່າໄຫລ່ເບື້ອງຊ້າຍ.
ຜູ້ທີ່02:ເຈັບກົກຂາເບື້ອງຊ້າຍ.
ຜູ້ທີ່03:ເສຍຊີວິດຄາທີ່ ທີມງາມຂອງພວກເຮົາຈຶ່ງໄດ້ເຮັດ CPR ແຕ່ບໍ່ຕອບສະໜອງ ຜູ້ເສຍຊີວິດຊື່:ນ.ແພງພັນ ອາຍຸ37ປີ ບ້ານຢູ່ປັດຈຸບັນບ້ານ ຄົກມັນ ນະຄອນຫລວງພະບາງ.

.

ດັ່ງນັ້ນທາງຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການປະຖົມພະຍາບານເບື້ອງຕົ້ນຜູ້ບາດເຈັບແລ້ວໂຮງຫມໍແຂວງຫລວງພະບາງ.

.

ສ່ວນຜູ້ເສຍຊີວິດແມ່ນນຳສົ່ງກັບບ້ານ ຄົກມັນ ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນນ

.

ພົບເຫັນອຸບັດຕິເຫດ, ເຈັບ- ປ່ວຍ ສຸກເສີນໂທແຈ້ງ 071 1625 ; 030 9211625 ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ